
ມຸງຄຸນທີ 23
ນິວາໂຕ ຈະ “ມີຄວາມ ອ່ອນນ້ອມ ຖ່ອມຕົນ”
ບໍ່ພອງລົມ ກົ້ມຫົວ ນ້ອມຕົວຕາມ
ມາລະຍາດງາມ ນິ້ມນວນ ສິ້ນສ່ວນແຂງ
ເໝືອນງູພິດ ຖອດແຂ້ວ ໝົດເຫື່ອແຮງ
ຍາມຖະແຫຼງ ອ່ອນນ້ອມ ພ້ອມໃຈກາຍ
ອານິສົງຂອງການຖ່ອມຕົນ
1. ຢູ່ເປັນສຸກບໍ່ມີສັດຕູ
2. ໜ້າຮັກ ໜ້ານັບຖື ໜ້າເຄົາລົບຂາບໄຫວ້
3. ເກີດຄວາມສາມັກຄີໃນໝູ່ຄະນະ
4. ໄດ້ກັນລະຍານະນິມິດ
5. ສາມາດຖ່າຍທອດສົ່ງຄຸນຄວາມດີຈາກຜູ້ອື່ນໄດ້
6. ໄດ້ທີ່ເພິ່ງທັງພົບນີ້ແລະພົບໜ້າ
7. ບໍ່ປະໝາດຕັ້ງຢູ່ໃນທັມ
8. ບັນລຸມັຄຜົນນິບພານໂດຍງ່າຍ
ຄວາມອ່ອນນ້ອມຖ່ອມຕົນ ຄື ການບໍ່ສະແດງອອກເຖິງຄວາມ ສາມາດທີ່ໂຕເອງມີຢູໃຫ້ຜູ້ອື່ນຮູ້ເພື່ອຂົ່ມຜູ້ອື່ນ ຫຼືເພື່ອໂອ້ອວດ ການບໍ່ອວດດີ ບໍ່ຈອງຫອງ ແຕ່ສະແດງຕົນຢ່າງສະຫງົບສະຫງຽມ
ໂທດຂອງການອວດດີ
1. ເຮັດໃຫ້ເສຍຄົນ ຄືສາມາດກັບມາຢູ່ໃນຮ່ອງໃນຮອຍໄດ້ຄືເກົ່າເສຍອະນາຄົດ
2. ເຮັດໃຫ້ເສຍມິດ ຄືບໍ່ມີໃຜຄົບຫາເປັນໝູ່ນໍາ ເຖິງຈະມີ 4 ແມ່ນເພື່ອນແທ້.
3. ເຮັດໃຫ້ເສຍໝູ່ຄະນະ ຄືຖ້າຕ່າງຄົນຕ່າງອວດດີ ກໍ່ເຮັດໃຫ້ສາມາດຕົກລົງກັນໄດ້ ໃນທີ່ສຸດກໍ່ບໍ່ເຖິງຈຸດໝາຍ ຫຼືເຮັດໃຫ້ເປັນທີ່ເບື່ອຫນ່າຍຂອງຄົນອື່ນ
ຫຼັກການເຮັດໃຫ້ຕົວເອງກາຍເປັນຄົນອ່ອນນ້ອມຖ່ອມຕົນ
1. ຕ້ອງຄົບກັນລະຍານະມິດ ຄືເພື່ອນທີ່ດີມີສິນມີທັມຕັກເຕືອນ ຫຼືຊັກນໍາໄປໃນທາງທີ່ຖືກທີ່ຄວນ
2. ຕ້ອງຮູ້ຈັກຄິດໄຕ່ຕອງ ຄືການຮູ້ຈັກຄິດຫາການມີເຫດຜົນ ຕະຫຼອດເຖິງຄວາມເປັນໄປໃນທໍາມະຊາດ ຂອງມະນຸດ ຕ່າງຄົນຍ່ອມ ຕ່າງຈິດຕ່າງໃຈ ລວມທັງຫຼັກທັມອື່ນໆ
3. ຕ້ອງມີຄວາມສາມັກຄີ ຄືການມີຄວາມສາມັກຄີໃນໝູ່ຄະນະ ໃນຫຼັກການ ຕັກເຕືອນຮັບຟັງ ແລະຄວນເຄົາລົບ ຄວາມຄິດເຫັນຂອງຜູ້ອື່ນຢ່າງມີເຫດຜົນ
ລັກສະນະຂອງຄົນຖ່ອມຕົນມີດັ່ງນີ້
1. ມີກິລິຍາອ່ອນນ້ອມ
2. ມີວາຈາທີ່ອ່ອນຫວານ
3. ມີຈິດໃຈອ່ອນໂຍນ
ບຸກຄົນຜູ້ເປັນບັນດິດເຖິງພ້ອມດ້ວຍສິນລະອຽດມີໄຫວພິບປະຕິພານ ປະພຶດອ່ອນນ້ອມຖ່ອມຕົນ ແລະບໍ່ກະ ດ້າງເຊັ່ນນັ້ນຍ່ອມໄດ້ຍົດ
0 Comments