
ມຸງຄຸນທີ 22
ຄາຣະໂວ ຈະ “ມີຄວາມເຄົາລົບ”
ຄວາມເຄົາລົບ ນັບຖື ຄືສະເຫນ່
ບໍ່ໂລເລ ຄືລິງ ແລນຫຼອກຫຼອນ
ທັງຕໍ່ໜ້າ ລັບຫຼັງ ຄວນສັງວອນ
ຍອມງາມງອນ ສວຍສະຫງ່າ ລາຄາແພງ
ສິ່ງທີ່ຄວນເຄົາລົບ
1. ພຣະພຸດທະເຈົ້າ
2. ພຣະທັມ
3. ພຣະສົງ
4. ການສຶກສາ
5. ຄວາມບໍ່ປະໝາດ ຄືການດໍາເນີນຊີວິດຕາມຫຼັກທັມຄໍາສອນພຸດທະສາສະໜາ ດ້ວຍຄວາມເຄົາລົບ
6. ການສົນທະນາປາໄສ ຄືການຕ້ອນຮັບອາຄັນຕຸກະຜູ້ມາຢ້ຽມຢາມດ້ວຍຄວາມເຄົາລົບ
ອານິສົງຂອງການມີຄວາມເຄົາລົບ
1. ເປັນຄົນໜ້າຮັກ ໜ້າອີດູ ໜ້າເກງໃຈ
2. ໄດ້ຮັບຄວາມສຸກກາຍ ສະບາຍໃຈ
3. ບໍ່ມີຄວາມເດືອດຮ້ອນ ບໍ່ມີເວນ ບໍ່ມີໄພ
4. ສາມາດຮ່ໍາຮຽນເອົາຄວາມດີຈາກຜູ້ອື່ນໄດ້ງ່າຍ
5. ຜູ້ອື່ນຍ່ອມຊ່ວຍເຫຼືອເພີ່ມຄຸນງາມຄວາມດີໃຫ້ຕື່ມອີກ
6. ສະຕິດີຂຶ້ນເປັນຄົນບໍ່ປະໝາດ
7. ເປັນຄົນມີປັນຍາລະອຽດອ່ອນ ຮູ້ແທ້ແລະເຮັດໄດ້ແທ້
8. ເກີດໃນຕະກູນສູງທຸກພົບທຸກຊາດ
9. ບັນລຸມັກຜົນນິບພານໂດຍງ່າຍ
ພິກຂຸມີພຣະສາສະດາເປັນທີ່ເຄົາລົບ1 ມີພຣະທັມເປັນທີ່ເຄົາລົບ1 ຄວາມເຄົາລົບໃນພຣະສົງຢ່າງແຮງກ້າ1 ມີຄວາມເຄົາລົບໃນສະມາທິ1 ມີຄວາມພຽນເຄົາລົບຍິ່ງໃນໄຕຣສິກຂາ1 ມີຄວາມເຄົາລົບໃນຄວາມບໍ່ປະໝາດ1 ມີຄວາມເຄົາລົບໃນການປະຕິສັນຖານ1 ເປັນຜູ້ບໍ່ຄວນຈະເສື່ອມຊື່ວ່າຢູ່ໃນທີ່ໃກ້ນິບພານ
0 Comments