
ມຸງຄຸນທີ 21
ອັບປະມາໂທ ຈະ ທັມເມສຸ “ບໍ່ປະໝາດໃນທັມ”
ບໍ່ປະໝາດ ຄືມີ ສະຕິພ້ອມ
ຄອຍໜ່ຽວນ້ອມ ທັມຄຸນ ບໍ່ຜຸນຜັນ
ທັມອັນໃດ ບໍ່ດີ ຫຼີກຫນີທັນ
ທັມດີນັ້ນ ຍຶດແຫນ້ນ ບໍ່ແຄນຄອນ
ທັມ ໃນທີ່ນີ້ກໍ່ຄື ຫຼັກປະຕິບັດທີ່ກະທໍາແລ້ວມີຜົນໃນທາງດີ ແລະເປັນຈິງທີ່ພຣະສັມມາສັມພຸດທະເຈົ້າໄດ້ຊົງ ຊີ້ແນະນໍາທາງໄວ້
ສິງທີ່ບໍ່ຄວນປະໝາດ
1. ການປະໝາດໃນເວລາ ຄືການປ່ອຍໃຫ້ເວລາຜ່ານໄປໂດຍບໍ່ໄດ້ ເຮັດຫຍັງໃຫ້ເກີດປະໂຫຍດ ້
2. ການປະໝາດໃນອາຍຸສັງຂານ ຄືຄິດວ່າອາຍຸຍັງນ້ອຍ ບໍ່ຕ້ອງເຮັດຄວາມພຽນກໍ່ໄດ້ເພາະຍັງຕ້ອງມີຊີວິດຢູ່ຕໍ່ອີກ ດົນນານ
3. ການປະໝາດໃນຄວາມບໍ່ມີພະຍາດ ຄິດວ່າຕົນເອງແຂງແຮງຍັງບໍ່ຕາຍງ່າຍໆ ກໍ່ປ່ອຍປະລະເລີຍ
4. ການປະໝາດໃນຊີວິດ ຄືການບໍ່ວາງແຜນເຖິງອະນາຄົດ ຄິດຢູ່ແຕ່ວ່າຍັງມີຊີວິດຢູ່ອີກດົນ
5. ການປະໝາດໃນການງານ ບໍ່ຂະຫຍັນຕັ້ງໃຈເຮັດໃຫ້ສໍາເລັດປ່ອຍຕາມເລື່ອງຕາມລາວ
6. ການປະໝາດໃນການສຶກສາ ຄືການບໍ່ຄິດສຶກສາຮ່ໍາຮຽນໃນໄວທີ່ ຄວນຮຽນ ຫຼືຂາດຄວາມເອົາໃຈໃສ່ອົດທົນ ພາກພຽນພະຍາຍາມທີ່ພຽງພໍ.
7. ການປະໝາດໃນການປະຕິບັດທັມ ຄືການບໍ່ປະຕິບັດສະມາທິ ພາວະນາ ຫຼືສຶກສາຫຼັກທັມໃຫ້ຖ່ອງແທ້ເພາະ ຄິດວ່າເປັນເລື່ອງໄກໂຕ
ລັກສະນະຂອງຜູ້ທີ່ຍັງຢູ່ໃນຄວາມປະໝາດ
1. ພວກກຸສີຕະ ຄືພວກບໍ່ເຮັດດີແຕ່ຈະເອົາຜົນດີ ເປັນພວກກຽດຄ້ານເຊັ່ນ: ເວລາຮຽນບໍ່ຕັ້ງໃຈຮຽນແຕ່ຢາກເສັງ ໄດ້ ວຽກບໍ່ເຮັດແຕ່ຄວາມດີຄວາມຊອບຈະເອົາ ບໍ່ເຮັດປະໂຫຍດແກ່ໃຜແຕ່ຢາກໃຫ້ຄົນທັງຫຼາຍນິຍົມຊົມຊອບ ທານສິນ ພາວະນາບໍ່ປະຕິບັດແຕ່ຢາກໄປ ສະຫວັນນິບພານ
2. ພວກທຸຈະຣິຕຕະ ຄືພວກສ້າງເຫດເສຍ ແຕ່ຈະເອົາຜົນດີ ເປັນພວກເຮັດອັນໃດຕາມໃຈຕົນເອງ ແຕ່ຢາກໄດ້ ຜົນດີເຊັ່ນ ເຮັດວຽກເສຍຫາຍແຕ່ພໍເຖິງເວລາພິຈາລະນາຜົນງານຢາກໄດ້ເງິນເດືອນເພີ້ມສອງເທົ່າ ປາກບອນປ້ອຍດ່າຄົນອື່ນ ແຕ່ຢາກໃຫ້ຄົນຮັກໂຕ
3. ພວກສິຖິລະ ຄືພວກທີ່ເຮັດຄວາມດີໜ້ອຍແຕ່ຈະເອົາຜົນດີຫຼາຍໆ ເປັນພວກຄ້າກໍາໄລເກີນຄວນ ເຊັ່ນ ຈູດທູບ 3 ເຫຼັ້ມບູຊາພຣະ ແຕ່ຈະເອົາສະຫວັນວິມານ ມີນາງຟ້າເທວະດາຄອຍຮັບໃຊ້ນັບຫມື່ນນັບແສນອ່ານຫນັງສືພຽງ 1 ຊົ່ວໂມງ ແຕ່ຈະເອົາທີ 1 ໃນຫ້ອງ ລ້ຽງເຂົ້າຈານນຶ່ງ ແຕ່ຈະໃຫ້ເຂົາຈົງຮັກພັກດີຕໍ່ໂຕເອງໄປຈົນຕາຍ
ລວມຄວາມແລ້ວຜູ້ທີ່ຍັງປະໝາດຢູມີ 3 ຈໍາພວກ ຄືຈໍາພວກບໍ່ສ້າງເຫດດີແຕ່ຈະເອົາຜົນດີ ພວກສ້າງເຫດເສຍແຕ່ ຈະເອົາຜົນດີ ພວກເຮັດຄວາມດີໜ້ອຍແຕ່ຈະເອົາຜົນຫຼາຍ ສ່ວນຜູ້ບໍ່ປະໝາດໃນທັມ ມີຄຸນສົມບັດກົງກັນຂ້າມກັບຄົນ 3 ຈໍາພວກດັ່ງກ່າວ ຄືຈະຕ້ອງບໍ່ເປັນຄົນ ຖືເບົາໃນການສ້າງເຫດ ຕ້ອງເຮັດແຕ່ເຫດດີເຮັດເຕັມທີ່ ແລະ ເຮັດໃຫ້ສົມຜົນ ຜູ້ທີ່ ບໍ່ປະໝາດທຸກຄົນຕ້ອງມີສະຕິຢູ່ສະເຫມີ.
ສະຕິຄືຫຍັງ
ສະຕິ ຄືຄວາມລະນຶກໄດ້ເຖິງຄວາມຜິດ-ຖືກ-ຊົ່ວ-ດີ ເປັນສິ່ງ ກະຕຸ້ນເຕືອນໃຫ້ຄິດເວົ້າເຮັດໃນສິ່ງທີ່ຖືກຕ້ອງ ເຮັດ ໃຫ້ບໍ່ລືມໂຕ ບໍ່ເຜີໂຕ ໃຊ້ປັນຍາພິຈາລະນາ ຮິນຕອງສິ່ງຕ່າງໆໄດ້ ທໍາມະຊາດຂອງຈິດມີການນຶກຄິດຕະຫຼອດເວລາ ການນຶກ ຄິດນີ້ຖ້າບໍ່ມີສະຕິກໍາກັບ ກໍ່ຈະກາຍເປັນຄວາມຟຸ້ງຊ້ານ ໄປຕາມອາລົມຕ່າງໆ ໃຊ້ປະໂຫຍດອັນໃດບໍ່ໄດ້ແຕ່ຖ້າມີສະຕິກໍາ ກັບແລ້ວຈະເຮັດໃຫ້ບໍ່ເຜີ ຄວບຄຸມຄວາມນຶກຄິດໄດ້ ບໍ່ປ່ອຍໃຈໃຫ້ເລື່ອນລອຍໄປ ບໍ່ປ່ອຍອາລົມໃຫ້ເປັນໄປຕາມສິ່ງທີ່ ມາກະທົບ
ໜ້າທີ່ຂອງສະຕິ
1. ສະຕິເປັນເຄື່ອງເຮັດໃຫ້ເກີດຄວາມລະມັດລະວັງຕົວ ປ້ອງກັນໄພຈະມາເຖິງຕົວ ຄືລະແວງໃນສິ່ງທີ່ຄວນລະແວງ ແລະລະວັງປ້ອງກັນໄພທີ່ຈະມາເຖິງອະນາຄົດ ຄວາມລະແວງ ໝາຍເຖິງ ຄວາມລະນຶກຮູ້ລ່ວງໜ້າວ່າຈະມີ ຄວາມເສຍຫາຍ ອັນໃດເກີດຂຶ້ນເຊັ່ນ ຄົນຂັບລົດຂະນະຝົນກໍາລັງຕົກ ຫົນທາງມື່ນ ກໍ່ລະແວງວ່າລົດຈະປີ້ນ ລະວັງວ່າຈະມີລົດສວນມາໃນ ລະຍະໃກ້ ສ່ວນ ຄວາມລະວັງ ຄືການປ້ອງກັນບໍ່ໃຫ້ມີໄພປະເພດນັ້ນໆເກີດຂຶ້ນ ເຊັນຜ່ອນຄວາມໄວລົງ ຕັ້ງໃຈຂັບຫຼາຍຂຶ້ນ
2. ສະຕິເປັນເຄື່ອງຫ້າມເຕືອນບໍ່ໃຫ້ຕົກໄປໃນທາງເສື່ອມ ບໍ່ໃຫ້ເມົາມົວຫຼົງໄຫຼບໍ່ໃຫ້ເພີດເພີນໄປ ໃນສິ່ງທີ່ເປັນທຸກ ເປັນໂທດຕໍ່ຕົນເອງເຊັ່ນເພື່ອນຊວນໄປດື່ມເຫຼົ້າ ກໍ່ມີສະຕິຫ້າມໃຈຕົວເອງວ່າຢ່າໄປ ເພາະມັນເປັນໂທດຕໍ່ຕົວເອງ.
3. ສະຕິເປັນເຄື່ອງກະຕຸ້ນເຕືອນໃຫ້້ຂົນຂວາຍໃນການສ້າງຄວາມດີ ບໍ່ຖິ້ມວຽກງານ ບໍ່ກຽດຄ້ານ ຊ່ວຍປ້ອງກັນ ພະຍາດ
4. ສະຕິເປັນເຄື່ອງກະຕຸ້ນໃຫ້ມີຄວາມຈົດຈໍ່ ຄືເມື່ອເຕືອນໂຕເອງ ໃຫ້ສ້າງຄວາມດີແລ້ວກໍ່ໃຫ້ເຮັດຢ່າງເອົາຈິງເອົາ ຈັງບໍ່ເຮັດແບບແປະໆ ບາງໆ
5. ສະຕິ ເປັນເຄື່ອງເຮັດໃຫ້ເກີດຄວາມລະອຽດຮອບຄອບໃນວຽກງານ ບໍ່ຫຼົງລືມ ບໍ່ວາງໃຈວ່າສິ່ງນັ້ນໆເປັນພຽງສິ່ງ ເລັກໆນ້ອຍໆ
ຄໍາອຸປະມາສະຕິ
- ສະຕິປຽບເໝືອນເສົາຫຼັກ ເພາະປັກແຫນ້ນໃນອາລົມ ຄືຄົນທີ່ມີ ສະຕິເມື່ອຈະໄຕ່ຕອງຄິດໃນ ເລື່ອງອັນໃດ ໃຈກໍ່ຄິດໄຕ່ຕອງໃນເລື່ອງ ນັ້ນຢ່າງລະອຽດຖີ່ຖ້ວນ ບໍ່ຄິດຟຸ່ງຊ່ານໄປເລື່ອງອື່ນ ຄິດໄຕ່ຕອງຈົນ ເຂົ້າໃຈແຈ່ມ ແຈ້ງ ທະລຸປຸໂປ່ງທ່ານຈຶ່ງທຽບເໝືອນກັບເສົາຫຼັກ
- ສະຕິປຽບຄືນາຍປະຕູ ເພາະຈະເຮັດໜ້າທີ່ຄືນາຍປະຕູ ເປັນຜູ້ ເຝົ້າຍາມສິ່ງ ຕ່າງໆທີ່ຈະຜ່ານເຂົ້າມາກະທົບທາງຕາ ຫູ ດັງ ລີ້ນ ກາຍ ໃຈ ຕະຫຼອດຈົນເຝົ້າຕິດຕາມເຖິງອາລົມທີ່ໃຈຄິດຖ້າສິ່ງໃດເກີດຂຶ້ນ ສະຕິກໍ່ພິຈາລະນາທັນທີວ່າ ຄວນປ່ອຍ ໃຫ້ຜ່ານໄປຫຼືບໍ່ ຫຼືຄວນຢຸດໄວ້ກ່ອນ ປັບປຸງແກ້ໄຂໃຫ້ດີເສຍກ່ອນ
- ສະຕິປຽບຄືນາຍຄັງ ເພາະຄອຍຖ້າກວດກາຢູ່ທຸກເມື່ອ ວ່າສິ່ງ ທີ່ໄດ້ມາແລະໃຊ້ອອກໄປມີເທົ່າໃດ ງົບບຸນບາບ ຂອງເຮົາເປັນແນວໃດ ກວດກາເບິ່ງຢ່າງລະອຽດຖີ່ຖ້ວນ ບໍ່ຍອມໃຫ້ຕົນເອງເປັນຫນີ້ບາບ
- ສະຕິປຽບຄືຫາງເສືອ ເພາະຈະເປັນໂຕຄວບຄຸມເສັ້ນທາງດຳເນີນຊີວິດຂອງເຮົາໃຫ້ມຸ່ງໜ້າໄປສູ່ຄວາມສໍາເລັດ ຕາມເປົ້າໝາຍທີ່ວາງໄວ້ ບໍ່ຫຼົງໄປເຮັດໃນສິ່ງທີ່ບໍ່ຄວນເຮັດ ລະມັດລະວັງບໍ່ໃຫ້ເຮືອໄປຄາແກ້ງ
ປະໂຫຍດຂອງສະຕິ
1. ຄວບຄຸມຮັກສາສະພາບຈິດທີ່ຢູ່ໃນສະພາວະທີ່ພວກເຮົາຕ້ອງການໂດຍການກວດກາຄວາມຄິດ ເລືອກຮັບສິ່ງ ທີ່ຕ້ອງການໄວ້ ກັນສິ່ງທີ່ບໍ່ຕ້ອງການອອກໄປ ເຕົ້າໂຮມຄວາມຄິດໃຫ້ຢູ່ກັບສິ່ງທີ່ເຮັດໃຫ້ຈິດເປັນສະມາທິໄດ້ງາຍ ເຊັ່ນ ຈະອ່ານຫນັງສືກໍ່ສົນໃຈ ຄິດຕິດຕາມໄປຕະຫຼອດ ບໍ່ຄິດເລື່ອງອື່ນ ຈະຝຶກສະມາທິໃຈກໍ່ຈົດຈໍ່ສະຫງົບຕັ້ງໝັ້ນ ລະອຽດອ່ອນ ໄປຕາມລໍາດັບ ບໍ່ຟຸ່ງຊ່ານ ບໍ່ວອກແວກ “ທີ່ໃດມີສະຕິ ທີ່ນັ້ນມີສະມາທິ ທີ່ໃດມີສະມາທິ ທີ່ນັ້ນມີສະຕິ” ້
2. ເຮັດໃຫ້ຮ່າງກາຍ ແລະຈິດໃຈຢູ່ໃນສະພາບເປັນໂຕຂອງໂຕເອງ ບໍ່ເປັນທາດຂອງອາລົມຕ່າງໆ ເຊັ່ນ ຄວາມ ໂກດເຄືອງ ຄວາມຫຼົງໄຫຼມົວເມົາ ຈຶ່ງມີຄວາມເບົາສະບາຍ ຜ່ອນຄາຍ ເປັນສຸກ ໂດຍສະພາບຂອງມັນເອງ ພ້ອມທີ່ຈະປະເຊີນ ຄວາມເປັນໄປຕ່າງໆ ແລະ ຈັດການກັບສິ່ງທັງຫຼາຍທີ່ເກີດຂຶ້ນຢ່າງຖືກຕ້ອງເໝາະະສົມ
3. ເຮັດໃຫ້ຄວາມຄິດ ແລະການຮັບຮູ້ຂະຫຍາຍວົງກວ້າງອອກ ຢ່າງບໍ່ມີສິ້ນສຸດ ເພາະບໍ່ຖືກບີບຄັ້ນດ້ວຍກິເລດ ຕ່າງໆ ຈຶ່ງເຮັດໃຫ້ ຄວາມຄິດເປັນອິດສະຫຼະ ມີພະລັງ ແຕ່ມີສະຕິຄວບຄຸມ ຄືເຮືອທີ່ມີຫາງເສືອຄວບຄຸມຢ່າງດີ ຍ່ອມສາມາດ ແລ່ນໄປໃນທິດທາງທີ່ ຕ້ອງການໂດຍບໍ່ສັບສົນ
4. ເຮັດໃຫ້ການພິຈາລະນາສືບຄົ້ນດ້ວຍປັນຍາດໍາເນີນໄປໄດ້ ເຕັມທີ່ເພາະມີຄວາມຄິດທີ່ເປັນລະບຽບ ແລະມີໃຈ ທີ່ມີພະລັງເຂັ້ມແຂງ ຈຶ່ງເປັນການເສີມສ້າງປັນຍາໃຫ້ບໍລິບູນ.
5. ຊໍາລະພຶດຕິກໍາທຸກຢ່າງ ທັງກາຍ ວາຈາ ໃຈ ໃຫ້ບໍລິສຸດເພາະມີສະຕິຈິ່ງບໍ່ເຜີໄປເກືອກກົ້ວບາບອະກຸສົນລະກໍາ ເຮັດໃຫ້ພຶດຕິກໍາຕ່າງໆ ເປັນໄປດ້ວຍປັນຍາຫຼືເຫດຜົນບໍລິສຸດ
ການຝຶກສະຕິໃຫ້ເປັນຄົນບໍ່ປະໝາດ. ້
1. ມີສະຕິລະລຶກເຖິງການລະເວັ້ນທຸຈະລິດທາງກາຍ ວາຈາ ໃຈ ຢູ່ເນື່ອງໆບໍ່ໄດ້ຂາດ ຈະໄປເຮັດຊົ່ວເຮັດບາບ ອັນໃດ ກໍ່ມີສະຕິລະລຶກໄດ້ທັນທີວ່າ ສິ່ງທີ່ກໍາລັງເຮັດນັ້ນເປັນບາບຫຼືບໍ່ ຖ້າເປັນບາບກໍ່ບໍ່ຍອມເຮັດເດັດຂາດ
2. ມີສະຕິລະລຶກເຖິງຄວາມສຸຈະລິດທາງກາຍ ວາຈາ ໃຈ ຢູ່ເນື່ອງໆບໍ່ໄດ້ຂາດຈະເຮັດອັນໃດກໍ່ມີສະຕິລະລຶກ ຮູ້ສະເຫມີວ່າ ສິ່ງທີ່ກໍາລັງຈະເຮັດນັ້ນເປັນບຸນເປັນກຸສົນ ຫຼືບໍ່ຖ້າເປັນກຸສົນຈຶ່ງເຮັດ ້
3. ມີສະຕິລະລຶກເຖິງຄວາມທຸກໃນອະບາຍຍະພູມຢູ່ເນື່ອງໆບໍ່ໄດ້ຂາດມີສະຕິຢູ່ສະເຫມີວ່າ ການເກີດໃນອະບາຍ ຍະພູມເປັນສັດນາລົກເປດ ອະສຸລະກາຍ ສັດເດຍລະສານ ນັ້ນມີຄວາມທຸກຫຼາຍສ່ໍາໃດ ເມື່ອລະລຶກໄດ້ແລ້ວກໍ່ບໍ່ຍອມເຮັດ ຊົ່ວເລີຍ ເພາະຢ້ານວ່າຈະໄປເກີດໃນ ອະບາຍຍະພູມເຊັ່ນນັ້ນ
4. ມີສະຕິລະລຶກເຖິງຄວາມທຸກ ອັນເກີດຈາກການວຽນເກີດວຽນຕາຍ ຂອງສັດໃນວັດຕະສົງສານຢູ່ເນື່ອງໆ ບໍ່ໄດ້ ຂາດມີສະຕິລະລຶກໄດ້ວ່າຖ້າເຮົາຍັງຕ້ອງວຽນເກີດວຽນຕາຍຢູ່ແບບນີ້ ກໍ່ຕ້ອງມີການເກີດ ແກ່ ເຈັບ ຕາຍ ເປັນທຸກຢູ່ຕະຫຼອດ ໄປ ຈິ່ງຫາໂອກາດປະຕິບັດທັມຢ່າງເຕັມທີ່ ເພື່ອໃຫ້ເຂົ້ານິພານໃຫ້ໄດ້ໄວທີ່ສຸດຈະໄດ້ໝົດທຸກ ເມື່ອລະລຶກເຊັ່ນນັ້ນຕະຫຼອດ ຍ່ອມບໍ່ຫຼົງໃນອາລົມເປັນທີ່ຕັ້ງແຫ່ງຄວາມເສື່ອມ, ຂັດເຄືອງໃນອາລົມອັນເປັນທີ່ຕັ້ງແຫ່ງຄວາມຄັດເຄື່ອງໄດ້ໃນທີ່ສຸດ.
5. ມີສະຕິລະລຶກເຖິງກໍາມະຖານພາວະນາທີຈະລະ ຣາຄະ ໂທສະ ໂມຫະ ໃຫ້ຂາດຈາກສັນດານຢູ່ເນື່ອງໆ ບໍ່ໄດ້ຂາດ ມີສະຕິລະລຶກໄດ້ວ່າ ການທີ່ເຮົາຈະເຮັດດີຫຼືຊົ່ວນັ້ນ ຂຶ້ນຢູ່ກັບໃຈເຮົາເປັນສໍາຄັນ ວ່າໃຈເຮົາເຂັ້ມແຂງມີພະລັງເອົາຊະນະ ຄວາມຍາກຕ່າງໆໄດ້ຫຼື ບໍ່ ແລະວິທີທີ່ຈະຝຶກໃຈໄດ້ທີ່ສຸດຄື ການຝຶກສະມາທິ ຈຶ່ງຕ້ອງຫາເວລາ ນັ່ງສະມາທິພາວະນາສະ ຫມໍ່າສະເຫມີ
ອານິສົງຂອງການບໍ່ປະໝາດໃນທັມ
1. ໄດ້ຮັບມະຫາກຸສົນ
2. ໄດ້ຊື່ວ່າເປັນຜູ້ບໍ່ຕາຍສົມດັ່ງພຸດທະວາຈະນະ
3. ບໍ່ຕົກສູ່ອະບາຍຍະພູມ
4. ຄາຍຄວາມທຸກ
5. ເພີດເພີນບໍ່ເບື່ອຫນ່າຍໃນການສ້າງຄວາມດີ
6. ມີສະຕິອັນເປັນທາງມາແຫ່ງການສ້າງກຸສົນອື່ນ
7. ໄດ້ຮັບຄວາມສຸກໃນການດໍາລົງຊີບ
8. ເປັນຜູ້ຕື່ນໂຕ ບໍ່ປະລະໃນການສ້າງຄວາມດີ
9. ຄວາມຊົ່ວຄວາມບໍ່ດີຕ່າງໆ ຍ່ອມສູນສິ້ນໄປໂດຍໄວ ປະມາໂທ ມັຈຈຸໂນ ປະທັງ “ຄວາມປະໝາດ ເປັນທາງແຫ່ງຄວາມຕາຍ” ອັບປະມາໂທ ອະມະຕັງ ປະທັງ “ຄວາມບໍ່ປະໝາດ ເປັນທາງອໍາມະຕະ” ເວລາໃດບັນດິດ ກັນຄວາມປະໝາດອອກໄດ້ດ້ວຍຄວາມບໍ່ປະໝາດ ເມື່ອນັ້ນເຂົານັບວ່າໄດ້ຂຶ້ນສູ່ຜາສາດ ຄືປັນຍາບໍ່ມີຄວາມໂສກເສົ້າ
ເບິ່ງເຫັນພວກປະຊາຊົນຜູ້ໂງ່ຈ້າ ຜູ້ຕ້ອງໂສກເສົ້າຢູ່ເໝືອນຄົນ ທີ່ຢືນຢູ່ເທິງຈອມພູ ເບິ່ງລົງມາເຫັນຝູງຊົນ ທີ່ຢືນຢູ່ເທິງ ພື້ນດິນສັນນັ້ນ
0 Comments