
ມຸງຄຸນທີ 20
ຊະປານາ ຈະ ສັນຍະໂມ “ສັງລວມຈາກການດື່ມນ້ໍາເມົາ”
ຂອງມຶນເມົາ ທຸກຊະນິດ ພິດຄ້າຍເຫຼົ້າ
ໃຜເສຍເຂົ້າ ໜ້າຕໍານິ ສະຕິເສຍ
ເກີດພະຍາດຮ້າຍ ແຮງຮ້ອນ ກາຍອ່ອນເພຍ
ໃຜງົດເສຍ ເປັນສຸກ ທຸກວັນຄືນ
ອານິສົງຂອງການສັງລວມຈາກການດື່ມນ້ໍາເມົາ
1. ເປັນຄົນມີສະຕິດີ
2. ບໍ່ຫຼົງໄຫຼ ບໍ່ມົວເມົາ
3. ບໍ່ເກີດການຜິດຖຽງວິວາດ
4. ຮູ້ກິດຈະການທັງໃນອະດີດ ປັດຈຸບັນ ອະນາຄົດໄດ້ໄວ
5. ບໍ່ເປັນບ້າ ບໍ່ເປັນໃບ້ ບໍ່ເປັນຄົນປັນຍາອ່ອນ
6. ມີແຕ່ຄວາມສຸກ ມີແຕ່ຄົນນັບຖືໃຫ້ກຽດ
7. ມີຊື່ສຽງ ເປັນທີ່ຮັກຂອງຄົນທົ່ວໄປ
8. ບໍ່ຫຼົງທໍາຮ້າຍຜູ້ມີພຣະຄຸນ
9. ມີຫິຣິໂອດຕັບປະ
10.ມີຄວາມເຫັນຖືກ ມີປັນຍາດີ
11.ບັນລຸມັກຜົນນິບພານໂດຍງ່າຍ
ວ່າດ້ວຍເລື່ອງຂອງເມົານັ້ນ ອາດເຮັດມາຈາກແປ້ງ ເຂົ້າສຸກ ການປຸງໂດຍປະສົມເຊື້ອຫຼືອັນໃດກໍ່ແລ້ວແຕ່ທີ່ດື່ມແລ້ວ ເຮັດໃຫ້ເມົາ ເຊັ່ນເບຍ ວາຍ ບໍ່ແມ່ນເຫຼົ້າເທົ່ານັ້ນ ລ້ວນແລ້ວແຕ່ເຮັດໃຫ້ເກີດໂທດ ທັງໝົດ.
1. ເຮັດໃຫ້ເສຍຊັບ ເພາະຕ້ອງນໍາເອົາເງິນໄປຊື້ໄປຈ່າຍທັງໆເງິນຈໍານວນດຽວກັນນີ້ສາມາດນໍາເອົາໄປໃຊ້ໃນ ສິ່ງທີ່ມີປະໂຫຍດອື່ນໄດ້ຫຼາຍກວ່າ ້
2. ເຮັດໃຫ້ເກີດການຜິດຖຽງ ຊຶ່ງນໍາໄປສູ່ຄວາມວຸ້ນວາຍບາດເຈັບເຖິງແກ່ຊີວິດ ແລະຄະດີຄວາມ ເພາະນໍ້າເມົາ ເຮັດໃຫ້ຂາດການຫ້າມໃຈ ມີຄວາມປະໝາດບໍ່ມີສະຕິ
3. ເຮັດໃຫ້ເກີດພະຍາດ ພະຍາດທີ່ເກີດເນື່ອງມາຈາກສຸລາລ້ວນແຕ່ ບັນທອນສຸຂະພາບກາຍ ແລະ ສຸຂະພາບຈິດ ຈົນເຖິງແກ່ຄວາມຕາຍ ໄດ້ເຊັ່ນ ຕັບແຂງ ພະຍາດຫົວໃຈ ພະຍາດຄວາມດັນ
4. ເຮັດໃຫ້ເສຍຊື່ສຽງ ເມື່ອຄົນເມົາໄປເຮັດເລື່ອງບໍ່ດີເຊັ່ນ ໄປລວນລາມຜູ້ຍິງ ປ່ອຍຕົວປ່ອຍໃຈ ກໍ່ເຮັດໃຫ້ວົງຕະ ກູນ ແລະໜ້າທີ່ການງານ ເສື່ອມເສຍອີກດ້ວຍ
5. ເຮັດໃຫ້ລືມໂຕບໍ່ຮູ້ຈັກອາຍ ຄົນເມົາເຮັດສິ່ງທີ່ບໍ່ຄວນເຮັດ ເຮັດສິ່ງທີ່ຄົນມີສະຕິເຂົາບໍ່ເຮັດ ເຊັ່ນແກ້ເຄື່ອງຍ່າງ ເລາະບ້ານ ຫຼືບ່ອນສາທາລະນະ
6. ຕັດກໍາລັງປັນຍາ ດື່ມແລ້ວເຮັດໃຫ້ຈຸລັງສະໝອງເລີ່ມເສື່ອມ ເປັນເຫດໃຫ້ສຸຂະພາບ ແລະປັນຍາເສື່ອມຖອຍ ຄວາມສາມາດ ໂດຍລວມກໍ່ຫລຸດລົງ
ໂທດຂ້າມພົບຂ້າມຊາດຂອງການດື່ມສຸລາ
ເຫຼົ້າບໍ່ໄດ້ມີໂທດສະເພາະຊາດນີ້ເທົ່ານັ້ນ ແຕ່ຍັງມີໂທດຕິດໂຕຜູ້ດື່ມ ຂ້າມພົບຂ້າມຊາດຫຼາຍປະການ ຕົວຢ່າງເຊັ່ນ ້ 1.ເກີດເປັນຄົນປາກກືກ ພວກນີ້ຕາຍໃນຂະນະເມົາເຫຼົ້າ ຄົນເມົາເວົ້າບໍ່ຮູ້ເລື່ອງ ໄດ້ແຕ່ສົ່ງສຽງ “ແບະໆ” ພໍຕາຍແລ້ວ
ກໍ່ຕົກນະຮົກຈາກ ນັ້ນກັບມາເກີດໃຫມແຕ່ກໍາເກົ່າຍັງຕິດຕາມມາເລີຍເປັນຄົນປາກກືກ
2 ເກີດເປັນຄົນບ້າ ພວກນີ້ ພົບໃນອະດີດດື່ມເຫຼົ້າຫຼາຍ ເວລາເມົາ ມີປະສາດຫຼອນ ເວນນັ້ນຕິດຕົວມາ ໃນພົບໃນ ຊາດນີ້ເກີດມາກໍ່ເປັນບ້າຢູ່ດີໆກໍ່ໄດ້ຍິນສຽງຄົນມາຊຶມໃສ່ຫູແດ່ ເຫັນພາບຫຼອນວ່າຄົນນັ້ນ ຄົນນີ້ຈະມາຂ້າແດ່
3. ເກີດເປັນຄົນປັນຍາອ່ອນ ພວກທີ່ດື່ມເຫຼົ້າຫຼາຍໆ ຕອນເມົາກໍ່ຄິດຫຍັງບໍ່ອອກຢູ່ແລ້ວ ດ້ວຍເວນສຸລາເຫຼົ່ານີ້ສົ່ງ ຜົນໃຫ້ເກີດເປັນຄົນປັນຍາອອ່ນ
4.ເກີດເປັນສັດເລືອຄານ ພວກນີ້ດື່ມເຫຼົ້າເມົາແຮງໆ ກໍ່ຮຽນເລື່ອຍຮຽນຄານມາຕັ້ງແຕ່ຕອນ ເປັນຄົນ ພໍເມື່ອຕາຍ ກັບມາເກີດໃຫມ່ ກໍ່ໄດ້ມາຄານສົມໃຈຢາກ
ວິທີເຮັດໃຫ້ເຂົາດື່ມເຫຼົ້າໃຫ້ໄດ້ຢ່າງເດັດຂາດ
1. ຕ້ອງໃຫ້ເຫັນໂທດຂອງ ສຸລາມີໂທດມະຫັນ
2. ຕັ້ງໃຈໃຫ້ໝັ້ນວ່າຈະເຊົາດື່ມໂດຍເດັດຂາດ ໃຫ້ສັດຈະກັບຜູ້ໃຫຍ່ ທີ່ເຄົາລົບນັບຖື ຫຼືກັບພຣະພິກຂຸ
3. ສິ່ງໃດທີ່ຈະເປັນສື່ໃຫ້ຄິດເຖິງເຫຼົ້າ ເຊັ່ນ ພາບໂຄສະນາ ເຫຼົ້າຕົວຢ່າງຂົນໄປຖິ້ມໃຫ້ໝົດ ຖືເປັນຂອງສະຫນຽດ ນໍາອັບປະມຸງຄຸນມາສູ່ເຮືອນ
4.ນຶກເຖິງສັກສີຂອງຕົວເອງໃຫ້ຫຼາຍ ວ່າເຮົາເປັນຊາວພຸດ ເປັນລູກຂອງພຣະພຸດທະເຈົ້າ ເປັນສິດມີຄູ ເປັນຄົນ ມີກຽດມີສັກສີ ເປັນນາຍມີທາຍາດມີຕະກຸນ ນຶກເຖິງສັກສີຂອງຕົວເອງຢ່າງນີ້ແລ້ວຈະເລີກເຫຼົ້າໄດ້ສໍາເລັດ
5. ເພື່ອນນັກເລງສຸລາທັງຫຼາຍ ຄວນຫຼີກເວັ້ນອອກຫ່າງ ບໍ່ດັ່ງນັ້ນເຂົາຈະຊັກຊວນໄປດື່ມເຫຼົ້າອີກ ຂໍ້ນີ້ສໍາຄັນທີ່ສຸດ ຕາບໃດຍັງເກືອກກົ້ວມົວເມົາກັບເພື່ອນຂີ້ເຫຼົ້າຢູ່ຍາກຈະເຊົາດື່ມເຫຼົ້າໄດ້
0 Comments