ມຸງຄຸນທີ 19 ງົດເວັ້ນຈາກບາບ

ມຸງຄຸນທີ 19
ອາຣະຕີ ວີຣະຕີ ປາປາ ງົດເວັ້ນຈາກບາບ

ຄວາມຊົ່ວຊ້າ      ລາມົກ             ຕ້ອງຍົກເວັ້ນ

ຫາກຝືນຫຼີ້ນ      ນໍາມັນ             ຖືກມັນຜ່ານ

ງົດເວັ້ນບາບ       ກໍຫຼາບໃຫ້         ໄກສັນດານ

ເສຍຄວາມສຸກ   ພົບຄວາມໂສກ  ທຸກທຸກຍາມ

 

ບາບ ຄື ສິ່ງທີ່ບໍ່ດີ ຄວາມຊົ່ວທີ່ບໍ່ຄວນກະທໍາ ເມື່ອກະທໍາແລ້ວຖືວ່າ ເປັນບາບ

ອະກຸສົນກໍາມະບົດ 10 ຢ່າງ :

1. ຂ້າສັດ

2. ລັກຊັບ

3. ປະພຶດຜິດໃນກາມ

4. ເວົ້າຕົວະ

5. ເວົ້າສຽດສີນິນທາ

6. ເວົ້າຄໍາຫຍາບຊ້າ

7. ເວົ້າບໍ່ເປັນປະໂຫຍດ

8. ໂລບທີ່ຢາກໄດ້ຂອງເຂົາ

9. ຄິດພະຍາບາດປອງຮ້າຍຄົນອື່ນ

10. ເຫັນຜິດເປັນຊອບ

ຜູ້ທີ່ປາຖະໜາຫາຄວາມສຸກຄວາມກ້າວໜ້າທັງຫຼາຍ ຈິ່ງຕ້ອງຝຶກໃຈຕົນ ເອງໃຫ້ງົດເວັ້ນຈາກບາບ ເຊິ່ງເຮັດໄດ້ໂດຍຕ້ອງເຝິກໃຫ້ໃຈມີຫິຣິໂອດ ຕັບປະເສຍກ່ອນ

 

ຫິຣິ ໂອດຕັບປະ ແມ່ນຫຍັງ ?

ຫິຣິ ຄືຄວາມລະອາຍຕໍ່ບາບ ເຖິງບໍ່ມີໃຜຮູ້ແຕ່ຄິດແລ້ວກໍ່ກິນແຫນງແຄງໃຈ ບໍ່ສະບາຍໃຈ ເປັນຄວາມຮູ້ສຶກລັງ ກຽດ ບໍ່ຍາກເຮັດຊົ່ວ ເຫັນບາບເປັນຂອງສົກກະປົກ ຈະເຮັດໃຫ້ໃຈຂອງເຮົາເສົ້າໝອງຈິ່ງບໍ່ຍອມເຮັດບາບ

ໂອດຕັບປະ ຄືຄວາມຢ້ານກົວຕໍ່ຜົນຂອງບາບທີ່ຈະກະທໍາ ເປັນຄວາມຮູ້ສຶກຢ້ານ ຢ້ານວ່າເມື່ອເຮັດໄປແລ້ວ ບາບຈະສົ່ງຜົນ ເປັນຄວາມທຸກທໍລະມານແກ່ເຮົາ ຈຶ່ງບໍ່ຍອມເຮັດບາບ

ສົມມຸດວ່າເຮົາເຫັນເຫຼັກທ່ອນໜຶ່ງເປື້ອນອຸຈາຣະຢູ່ ເຮົາບໍ່ຢາກຈັບຕ້ອງລັງກຽດວ່າອຸຈາຣະຈະມາເປື້ອນມືເຮົາ ຄວາມຮູ້ສຶກນີ້ປຽບໄດ້ກັບ ຫິຣິ ຄືຄວາມລະອາຍຕໍ່ບາບ

ສົມມຸດວ່າເຮົາເຫັນເຫຼັກທ່ອນໜຶ່ງຈູດໄຟຢູ່ຈົນຮ້ອນແດງ ເຮົາມີຄວາມຮູ້ສຶກຢ້ານບໍ່ກ້າຈັບຕ້ອງ ເພາະຢ້ານວ່າ ຄວາມຮ້ອນຈະລວກເຜົາມືເຮົາ ຄວາມຮູ້ສຶກນັ້ນປຽບໄດ້ກັບ ໂອດຕັບປະ ຄືຄວາມເກັົັງກົວຕໍ່ຜົນ ຂອງບາບ “ ສັດຕະບຸລຸດ ຜູ້ສະຫງົບລະງັບ ປະກອບດ້ວຍຫິຣິໂອດຕັບປະ ຕັ້ງໝັ້ນຢູ່ໃນທັມ ທ່ານຮຽກວ່າ ຜູ້ມີທັມຂອງເທວະດາໃນໂລກ ”


ເຫດທໍາໃຫ້ເກີດຫິຣິ

1. ຄໍານຶງເຖິງຄວາມເປັນຄົນ ຫຼືຊາດຕະກຸນ ເຮົານີ້ມີບຸນອຸດສາໄດ້ເກີດມາເປັນຄົນແລ້ວເປັນຫຍັງຈຶ່ງມາຂ້າສັດ ເປັນຫຍັງຈຶ່ງຕ້ອງມາລັກຂອງເຂົາກິນ ນັ້ນມັນເລື່ອງຂອງສັດເດຍລະສານ ເປັນຫຍັງຕ້ອງມາຍາດຜົວຍາດເມຍເຂົາ ບໍ່ແມ່ນ ໝູໝາກາໄກ່ ໃນລະດູປະສົມພັນ ເຮົານີ້ມັນຊາດຄົນ ເປັນມະນຸດສູງກວ່າສັດທັງຫຼາຍຢູ່ແລ້ວ” ເມື່ອຄໍານຶງເຖິງຊາດຕະກຸນ ຫິຣິກໍ່ເກີດຂຶ້ນ.

ຄຳນຶເຖິງອາຍຸ ເຮົາກໍເຖົ້າຈົນປານນີ້ແລ້ວ ຊິມານັງ ມັກສາວນ້ອຍ ລຸ້ນລູກຄາວຫຼານຢູ່ໄດ້ແນວໃດ ເຮົາກໍ່ເຖົ້າ ແກ່ປານນີ້ລ້ວຈະມາຂະໂມຍຂອງເດັກຮຸ່ນລູກຮຸ່ນຫຼານໄດ້ແນວໃດ” ພໍ່ຄໍານຶ່ງ ເຖິງໄວທິຣິກໍ່ເກີດຂຶ້ນ

3. ຄໍານຶງເຖິງຄວາມດີທີ່ເຄີຍກະທໍາມາ ເຮົາເຄີຍມີຄວາມສະອາດກ້າຫານ ເຮັດຄວາມດີມາກໍຫຼາຍແລ້ວ ເປັນຫຍັງ ຕ້ອງມາເຮັດງາມຊົ່ວໃນຕອນນີ້ ບໍ່ເອົາແລ້ວບໍ່ຍອມເຮັດຄວາມຊົ່ວອີກແລ້ວ” ພໍຄໍານຶງເຖິງຄວາມດີເກົ່າ ຫິຣິກໍ່ເກີດຂຶ້ນ

4. ຄໍານຶງເຖິງຄວາມເປັນພະຫູສູດ ເບິ່ງຕິ ເຮົາມີຄວາມຮູ້ຂະໜາດນີ້ແລ້ວ ຮູ້ວ່າອັນໃດດີ ອັນໃດຊົ່ວ ອັນໃດຄວນ ເຮັດ ອັນໃດບໍ່ຄວນເຮັດ ຮູ້ສາລະພັດເມື່ອຮູ້ແລ້ວຈະມາເຮັດຄວາມຊົ່ວໄດ້ແນວໃ” ພໍ່ຄໍານຶງເຖິງຄວາມເປັນພະຫູສູດ ຫິຣິກໍ່ເກີດຂຶ້ນ

5. ຄໍານຶງເຖິງພຣະສາສະດາ ເຮົາເອງກໍ່ລູກພຣະພຸດທະເຈົ້າ ພຣະອົງສູ້ທົນລໍາບາກຕັດສະຮູ້ທັມແລ້ວຊົງສັ່ງສອນ ອົບຮົມພວກເຮົາຕໍ່ໆກັນມາ ເຮົາຈະລະເລີຍຄໍາສອນຂອງພຣະອົງໄປເຮັດຄວາມຊົ່ວເຮັດຫຍັງ” ພໍ່ຄໍານຶງເຖິງພຣະສາສະດາ ຫິຣິກໍ່ເກີດຂື້ນ

6. ຄໍານຶງເຖິງຄູອາຈານສະຖານສຶກສາ ເຮົາກໍ່ເປັນສິດມີຄູ ເໝືອນກັນ ຄູອາຈານອົບຮົມສັ່ງສອນມາ ຊື່ສຽງສະຖາ ບັນຂອງເຮົາກໍ່ ໂດງດັງເປັນທີ່ຍ້ອງຍໍສັນລະເສີນ ແລ້ວເຮົາຈະມາເຮັດຄວາມຊົ່ວໄດ້ແນວໃດ” ພໍ່ຄໍານຶງເຖິງຄູອາຈານສະຖາບັນ ການສຶກສາ ທິຣິກໍ່ເກີດຂື້ນ

 

ເຫດທີ່ເຮັດໃຫ້ເກີດໂອດຕັບປະ

1. ຢ້ານຄົນອື່ນຕິຕຽນ ຖ້າເຮົາໄປລັກຂອງຄົນອື່ນ ເມື່ອເຂົາຮູ້ຄົງເອົາໄປເວົ້າຕໍ່ ຊື່ສຽງທີ່ເຮົາສ້າງມາຢ່າງດີຈົ່ງພິນາດ ເສຍໝົດທຸກສິ່ງທຸກຢ່າງ” ເມື່ອຢ້ານວ່າຄົນອື່ນເຂົາຈະຕິຕຽນ ໂອດຕັບປະກໍ່ເກີດຂຶ້ນ ຈຶ່ງບໍ່ຍອມເຮັດບາບ

2. ຢ້ານການລົງໂທດ ຢ່າເຮັດດີກວ່າ ຖ້າໄປລັກຂອງຄົນອື່ນ ບາບກໍາຕາມທັນ ຕໍາຫຼວດຈັບໄດ້ ມີຫວັງຕິດຄຸກຕະ ຫຼອດຊີວິດແນ່ນອນ” ເມື່ອຢ້ານວ່າບາບຈະສົ່ງຜົນໃຫ້ຖືກລົງໂທດ ໂອດຕັບປະກໍ່ເກີດຂຶ້ນ ຈຶ່ງບໍ່ຍອມເຮັດບາບ

3. ຢ້ານການເກີດໃນທຸຄະຕິ ບໍ່ເອົາແລ້ວ ຖ້າໄປລັກຂອງຄົນອື່ນ ຄົງຕ້ອງໄປເກີດເປັນສັດນາລົກ ສັດເດຍລະສານ ເປັນເປດ ເປັນອະສູລະກາຍ ບໍ່ເຮັດດີກວ່າ” ເມື່ອຢ້ານວ່າຈະຕ້ອງໄປເກີດໃນທຸຄະຕິໂອດຕັບປະກໍ່ເກີດຂຶ້ນຈຶ່ງບໍ່ຍອມເຮັດບາບ

 

ອານິສົງຂອງການງົດເວັ້ນບາບ

1. ເປັນຄົນບໍ່ມີເວນ ບໍ່ມີໄພ

2. ເກີດມະຫາກຸສົນຕາມມາ

3. ພະຍາດໂລຄາໄພໄຂ້ເຈັບບໍ່ບຽດບຽນ

4. ເປັນຜູ້ບໍ່ປະໝາດ

5. ເກີດສັດທາໃນພຸດທະສາສະໜາຫຼາຍຍິ່ງຂຶ້ນ

6. ຈິດໃຈຜ່ອງໃສພ້ອມທີ່ຈະຮອງຮັບຄຸນນະທັມຂັ້ນສູງຕໍ່ໄປ

ບັນດິ ເຫັນໄພໃນນາລົກທັງຫຼາຍແລ້ວ ຄວນງົດເວັ້ນບາບທັງຫຼາຍເສຍ ຄວນສະມາທານອະຣິຍະທັມ ແລ້ວງົດເວັ້ນ ເມື່ອຄວາມບາກບັ່ນມີຢູ່ ຄົນບໍ່ຄວນບຽດບຽນສັດ ແລະຮູ້ຢູ່ຄວນບໍ່ເວົ້າມຸສາ ບໍ່ຄວນລັກເອົາສິ່ງທີ່ເຂົາບໍ່ໄດ້ໃຫ້ ເປັນຜູ້ຄວນ ຍິນດີດ້ວຍພັນລະຍາສາມີຂອງຕົນຄວນງົດພັນລະຍາສາມີຂອງຄົນອື່ນ ແລະບໍ່ຄວນດື່ມສຸລາເມໄລທີ່ ເຮັດໃຫ້ຈິດຫຼົງໄຫຼ.

Post a Comment

0 Comments

ຄວາມຄິດເຫັນ