
ມຸງຄຸນທີ 18
ອະນະວັດຊານິ ກັມມານິ “ເຮັດວຽກທີ່ບໍ່ມີໂທດ"
ງານຮັບຈ້າງ ລ້າງຖ້ວຍ ກໍ່ຕາມເຖີດ
ຫາກບໍ່ເກີດ ໂທດທັນ ນັ້ນສົດໃສ
ເມື່ອໄດ້ຊ່ອງ ຕ້ອງຈໍາ ກະທໍາໄປ
ໄດ້ກໍາໄລ ທຸກທາງ ບໍ່ວ່າງງານ
ລັກສະນະວຽກງານທີ່ບໍ່ມີໂທດ.
1. ບໍ່ຜິດກົດໝາຍ ຄືເຮັດໃຫ້ຖືກຕ້ອງຕາມກົດໝາຍບ້ານເມືອງ
2. ບໍ່ຜິດປະເພນີ ຄື ແບບແຜນທີ່ປະຕິບັດກັນມາແຕ່ເດີມຄວນດໍາເນີນຕາມ
3. ບໍ່ຜິດສິນ ຄືຫ້າມທີ່ບັນຍັດໄວ້ໃນສິນຫ້າ
4. ບໍ່ຜິດທັມ ຄືຫຼັກທັມທັງຫຼາຍເຊັ່ນ ການພະນັ້ນ ການຫຼອກລວງ
ອານິສົງການເຮັດວຽກບໍ່ມີໂທດ
ຄົນເຮັດວຽກເປັນໂທດນັ້ນ ໄດ້ກັບເສຍເປັນເງົາຕາມຕົວ ຍິ່ງໄດ້ເຮັດວຽກຫຼາຍກໍ່ຍິ່ງທຸກໃຈຫຼາຍ ເຂົ້າທໍານອງ “ ອີ່ມທ້ອງແຕ່ບົກຜ່ອງທາງໃຈ ” ຍິ່ງລວຍໄດ້ຊັບຫຼາຍເທົ່າໃດໂອກາດທີ່ຈະເສຍຄົນກໍ່ຫຼາຍ ເທົ່ານັ້ນ ຍິ່ງເຮັດຍິ່ງທຸກ ຄຸນຄວາມດີໃນຕົວຫຼຸດລົງໆ
ສ່ວນຄົນທີ່ເຮັດວຽກບໍ່ມີໂທດນັ້ນ ຈະກ້າວໜ້າໄປສູ່ຄວາມສຸກແທ້ ແລະຄວາມຈະເລີນແທ້ ເຖິງວ່າຈະບໍ່ລວຍຊັບ ແຕ່ກໍ່ລວຍດ້ວຍຄວາມດີ
ຄົນເຮັດວຽກບໍ່ມີໂທດນັ້ນຈະຫຼັບກໍ່ເປັນສຸກ ຈະຕື່ນກໍ່ເປັນສຸກ ບໍ່ອາຍໃຜ ບໍ່ຕ້ອງລະແວງສົງໄສໃຜເພາະວຽກທີ່ເຮົາ ເຮັດເປັນປະໂຫຍດ ແກ່ໂລກລ້ວນໆ ບໍ່ມີໂທດເຂົ້າໄປເຈືອປົນເລີຍຊື່ວ່າໄດ້ທົດ ແທນບຸນຄຸນຂອງໂລກທີ່ອາໄສເກີດມາເມື່ອ ເຮັດວຽກສໍາເລັດຮຽບຮ້ອຍແລ້ວກໍ່ຈະ ໄດ້ສັນຕິສຸກເປັນເຄື່ອງຕອບແທນໄປ ຊົ່ວກາລະນານ
ຍົດຍ່ອມຈະເລີນແກ່ຜູ້ມີຄວາມດຸຫມັ່ນ ມີສະຕິ ມີວຽກງານທີ່ສະອາດພິຈາລະນາກ່ອນແລ້ວຈິ່ງເຮັດສໍາ ລວມແລ້ວ ເປັນຢູ່ໂດຍທັມບໍ່ປະໝາດ
0 Comments