ມຸງຄຸນ 17 ສົງເຄາະຍາດ

ມຸງຄຸນ 17
ຍາຕະການັນ ຈະ ສັງຄະໂຫ ສົງເຄາະຍາດ

ເມື່ອຍາດ          ອັດຕະຄັດ         ເກີດຂັດຂ້ອງ

ຄວນຫາຊ່ອງ     ສົງເຄາະ          ບໍ່ເລາະຫຼີກຫນີ

ເຂົາຊາບຊຶ້ງ       ເຖິງຄຸນ            ອົບອຸ່ນດີ

ຫາກເຖິງທີ        ເຮົາຈົນ            ຍາດສົນໃຈ

ລັກສະນະຂອງຍາດທີ່ຄວນສົງເຄາະ

1. ທຸກຈົນຫາທີ່ເພິ່ງບໍ່ໄດ້

2. ຂາດຊັບທີ່ຈະໃຊ້ເປັນທຶນໃນການຄ້າຂາຍ

3. ຂາດຍານພາຫະນະ

4. ຂາດອຸປະກອນທໍາມາຫາກິນ

5. ເຈັບໄຂ້ໄດ້ປ່ວຍ

6. ເມື່ອມີທຸຣະວຽກງານ

7. ເມື່ອຖືກໃສ່ຄວາມຫຼືມີຄະດີ

 

ການສົງເຄາະຍາດ ສາມາດເຮັດໄດທັງທາງທັມ ແລະທາງໂລກ

ທາງທັມ ຊ່ວຍແນະນໍາໃຫ້ເຮັດບຸນກຸສົນ ໃຫ້ຮັກສາສິນ ແລະ ທໍາສະມາທິພາວະນາທາງໂລກ 

1. ໃຫ້ ທານ ຄືການສົງເຄາະເປັນຊັບສິນ ຫຼືເງິນຄໍາເພື່ອໃຫ້ເຂົາພົ້ນທຸກຫຼືຄວາມລໍາບາກຕາມແຕ່ກໍາລັງ

2. ໃຊ້ ປີຍະວາຈາ ຄືການເຈຣະຈາດ້ວຍຖ້ອຍຄວາມຄໍາທີ່ອ່ອນໂຍນສຸພາບ ແລະປະກອບດ້ວຍຄວາມປາຖະໜາດີ

3. ມີ ອັດຖະຈະຣິຍາ ຄືການປະພຶດຕົນໃຫ້ເປັນປະໂຫຍດກັບເຂົາ ອາດຊ່ວຍເຫຼືອດ້ວຍແຮງກາຍ ກໍາລັງໃຈ ຫຼືດ້ວຍ ຄວາມສາມາດທີ່ມີ

4. ຮູ້ ຈັກສະມານັດຕະຕາ ຄືການວາງຕົວໃຫ້ເໝາະະສົມ ຢ່າງສະເໝີຕົ້ນສະເຫມີປາຍຮ່ວມທຸກຮ່ວມສຸກບໍ່ຖືຕົວ

 

ອານິສົງຂອງການສົງເຄາະຍາດ

1. ເປັນຖານປ້ອງກັນໄພ ສັດຕູໝູ່ມານທໍາອັນຕະລາຍໄດ້ຍາກ

2. ເປັນຖານອໍານາດ ໃຫ້ຂະຫຍາຍວຽກງານໄດ້ໃຫຍ່ໂຕຂຶ້ນ

3. ເປັນບຸນກຸສົນ

4. ເປັນເຄື່ອງຢຶດຫນ່ຽວນໃຈກັນ

5. ສະຫນິດສະຫນົມຄຸ້ນເຄີຍກັນ

6. ຕະກຸນໃຫຍ່ໂຕໝັ້ນຄົງ

7. ມີຍາດຫຼາຍທຸກພົບທຸກຊາດ

8. ເປັນແບບຢ່າງທີ່ດີແກ່ອະນຸຊົນຄົນຮຸ່ນຫຼັງ

9. ເປັນການສ້າງສິ່ງແວດລ້ອມທີ່ດີໃຫ້ເກີດຂຶ້ນ

10. ເປັນເຫດໃຫ້ເກີດສັນຕິສຸກໄປທົ່ວໂລກ

ຕະກຸນໃດທີ່ຍາດພີ່ນ້ອງໄດ້ຮ່ວມກັນສ້າງສັນຈອນໂລງວົງວານໃຫ້ ເປັນປຶກແຜ່ນແຫນ້ນໜາ ຈະເປັນທີ່ເກງຂາມ ແກ່ບຸກຄົນທັງຫຼາຍລວມເຖິງຜູ້ມຸ່ງຮ້າຍກໍ່ບໍ່ກ້າມາບຽດບຽນ ປຽບເໝືອນຄວາມໜາທຶບຂອງກໍ່ໄຜ່ທີ່ມີໜາມແວດລ້ອມ ຢູ່ຮອບຂ້າງ ຍ່ອມບໍ່ມີໃຜເຂົ້າໄປຕັດໄດ້ງ່າຍໆ ຫຼື ເໝືອນດັ່ງກໍ່ບົວທີ່ຈະເລີນງອກງາມຢູ່ໃນຫນອງຍ່ອມເປັນທີ່ຈະເລີນຕາ ແກ່ຜູ້ພົບເຫັນ

 

Post a Comment

0 Comments

ຄວາມຄິດເຫັນ