ມຸງຄຸນທີ 16 ປະພຶດທັມ

 

ມຸງຄຸນທີ 16
ທັມມະຈະຣິຍາ “ປະພຶດທັມ”

        ການປະພຶດ        ຕາມທັມ          ຄໍາພຣະສອນ

        ບໍ່ເດືອດຮ້ອນ     ຖອນທຸກ          ຍາມສຸກເສີນ

        ຄົນຮັກທັມ        ທັມຮັກຄົນ       ຜົນຈະເລີນ

        ຈະ-ຢືນ-ຍ່າງ-ນັ່ງ-ນອນ-ນັ້ນສຸກ ທຸກບໍ່ມີ

 

ອານິສົງຂອງການປະພຶດທັມ

1. ເປັນມະຫາກຸສົນ

2. ເປັນຜູ້ບໍ່ປະໝາດ

3. ເປັນຜູ້ຮັກສາສັທທັມ

4. ເປັນຜູ້ນໍາພຣະສາສະໜາໃຫ້ຈະເລີນ

5. ເປັນສຸກໃນໂລກນີ້ ແລະໂລກໜ້າ

6. ບໍ່ກໍ່ເວນກໍ່ໄພກັບໃຜ

7. ເປັນຜູ້ໃຫ້ອະໄພແກ່ສັບພະສັດ

8. ເປັນຜູ້ດຳເນີນຕາມປະຕິປະທານຂອງນັກປາດ

9. ສ້າງຄວາມຈະເລີນຄວາມສະຫງົບສຸກແກ່ຕົນເອງ ແລະສ່ວນລວມ

10. ເປັນຜູ້ສ້າງທາງມະນຸດ ສະຫວັນ ພົຣມ ນິບພານ

 

ການປະພຶດທັມແບ່ງອອກເປັນ 3 ຢ່າງ

1. ກາຍສຸຈະຣິດ.

- ບໍ່ຂ້າສັດ ຕັ້ງແຕ່ສັດນ້ອຍເຖິງສັດໃຫຍ່ແລະມະນຸດ

- ບໍ່ລັກຊັບ ການສໍ້ລາດບັງຫຼວງ ຫຼອກລວງ ປຸ້ນຈີ້ຊາວບ້ານ

- ບໍ່ປະພຶດຜິດໃນກາມ ການຄົບຊູ້ ນອກໃຈພັນລະຍາ-ສາມີ ແລະການຂົ່ມຂືນ

2. ວະຈີສຸຈະຣິດ

- ບໍ່ເວົ້າຕົວະ ຄືການເວົ້າແຕ່ຄວາມຈິງ ບໍ່ຫຼອກລວງ

- ບໍ່ເວົ້າຄໍາຫຍາບ

- ບໍ່ເວົ້າຈາເສາະສຽດ ການນິນທາວ່າຮ້າຍຄົນອື່ນ

- ບໍ່ເວົ້າແນວທີ່ຫາປະໂຫຍດບໍ່ໄດ້

3. ມະໂນສຸຈະຣິດ ຄື

- ບໍ່ໂລບຢາກໄດ້ຂອງຄົນອື່ນ ຢາກໄດ້ຂອງເຂົາມາເປັນຂອງເຮົາ

- ບໍ່ຄິດພະຍາບາດປອງຮ້າຍຜູ້ອື່ນ ຄືການຄຶດຢາກໃຫ້ຄົນອື່ນປະສົບເຄາະກໍາ ຄືຈະທໍາຮ້າຍຜູ້ອື່ນ

- ການເຫັນຊອບ ຄືມີຄວາມເຊື່ອຄວາມເຂົ້າໃຈໃນຄວາມເປັນ ຈິງ ຄວາມຖືກຕ້ອງຕາມຫຼັກຄໍາສອນຕາມ ແນວທາງພຸດທະສາສະໜາ

ທັມມະຈາຣີ ສຸຂັງ ເສຕິ “ ຜູ້ປະຕິບັດທັມຍ່ອມຢູ່ເປັນສຸກ ”

Post a Comment

0 Comments

ຄວາມຄິດເຫັນ