ມຸງຄຸນທີ 15 ການບໍາເພັນທານ

 

ມຸງຄຸນທີ 15
ທານັນຈະ   ການບໍາເພັນທານ

ຄວນບໍາເພັນ      ເຊິ່ງທານ          ຄືການໃຫ້

ທ່ານວ່າໄວ້        ສວຍງາມ         ສາສະຖານ

ໜຶ່ງໃຫ້ຂອງ       ສອງທັມມະ       ຊະນະມານ 

ອະໄພຍະທານ     ທີ່ສາມງາມ       ເຫຼືອເກີນ

ການໃຫ້ທານ ຄືການໃຫ້ບໍ່ມີຜົນຕອບແທນໂດຍໝາຍໃຫ້ຜູ້ໄດ້ຮັບໄດ້ ພົ້ນຈາກທຸກ ແບ່ງເປັນ 3 ຢ່າງ:

1. ອາມິສສະທານ ຄຶການໃຫ້ວັດຖຸສິ່ງຂອງ ຫຼືເງິນເປັນທານ

2. ທັມມະທານ ຄືການສອນໃຫ້ທັມມະເປັນຄວາມຮູ້ເປັນທານ

3. ອະໄພຍະທານ ຄືການໃຫ້ອະໄພໃນສິ່ງທີ່ຄົນອື່ນເຮັດບໍ່ດີກັບເຮົາບໍ່ຈອງເວນ ຫຼືພະຍາບາດກັນ

 

ການໃຫ້ທານທີ່ຖືວ່າເປັນຄວາມດີ ການເຮັດທານໃຫ້ໄດ້ບຸນຫຼາຍ ຕ້ອງພ້ອມດ້ວຍອົງ 3 ຄື 

1. ວັດຖຸບໍລິສຸດ ຂອງທີ່ຈະທານຕ້ອງເປັນຂອງທີ່ຕົນໄດ້ມາໂດຍສຸດຈະຣິດຊອບທັມບໍ່ໄດ້ຄົດໂກງຫຼືບຽດບຽນ ໃຜມາ 

2. ເຈຕະນາບໍລິສຸດ ຄືມີເຈຕະນາເພື່ອກໍາຈັດຄວາມຂີ້ຖີ່ອອກຈາກໃຈຂອງຕົນ ເຮັດເພື່ອເອົາບຸນ ບໍ່ແມ່ນເອົາ ໜ້າເອົາຊື່ສຽງ ບໍ່ແມ່ນເອົາຄວາມເດັ່ນ ຄວາມດັ່ງ ຄວາມຮັກ ຈະຕ້ອງມີເຈຕະນາອັນບໍລິສຸດທັງ ຂະນະກ່ອນໃຫ້ ກໍ່ມີຈິດເຫຼື້ອມໃສສັດທາເປັນທຶນເດີມ ເຕັມໃຈທີ່ຈະເຮັດບຸນນັ້ນ ະນະໃຫ້ກໍ່ຕັ້ງໃຈໃຫ້ ໃຫ້ດ້ວຍໃຈເບີກບານ ຫຼັງຈາກ ການໃຫ້ ກໍ່ມີໃຈແຈ່ມໃສ ບໍ່ນຶກເສຍດາຍສິ່ງທີ່ໃຫ້ໄປແລ້ວ

3. ບຸກຄົນບໍລິສຸດ ຄືເລືອກໃຫ້ແກ່ຜູ້ຮັບທີ່ເປັນຜູ້ມີສິນບໍລິສຸດ ມີຄວາມສະຫງົບຮຽບຮ້ອຍຕັ້ງໃຈປະພຶດທັມ ໂດຍທົ່ວໄປແລ້ວພຣະສໍາມາສໍາພຸດທະເຈົ້າຊົງສອນວ່າ ພຣະສົງເປັນເນື້ອນາບຸນຂອງໂລກ ແຕ່ເຖິງຢ່າງນັ້ນກໍ່ຊົງສອນໃຫ້ ເລືອກຖ້າຈະນິມົນພິກຂຸສະເພາະເຈາະຈົງ ກໍ່ໃຫ້ນິມົນພຣະສົງທີ່ເຄັ່ງຄັດໃນສິກຂາວິໄນໜ້າເຫຼື້ອມໃສ ຖ້າຈະນິມົນພຣະບໍ່ ສະເພາະເຈາະຈົງໃຫ້ສົມພານຈັດໃຫ້ ຂໍໃຫ້ເລືອກນິມົນຈາກໝູ່ສົງທີ່ປະພຶດສິກຂາວິໄນເຄັ່ງຄັດ ສໍາຫຼັບຜູ້ໃຫ້ທານຄືຕົວ ເຮົາເອງກໍ່ຕ້ອງມີສິນບໍລິສຸດ ຈຶ່ງຈະໄດ້ບຸນຫຼາຍຈະເຫັນວ່າທຸກເທື່ອທີ່ເຮົາຈະຖວາຍສັງ ະທານ ພຣະຈະໃຫ້ສິນກ່ອນ ເພື່ອວ່າຢ່າງນ້ອຍທີ່ສຸດໃນຂະນະນັ້ນເຮົາ ຍັງມີສິນ 5 ຄົບ ຈະໄດ້ເກີດບຸນກຸສົນເຕັມທີ່

 

ອານິສົງຂອງການບໍາເພັນທານ

1. ເປັນທີ່ມາຂອງຊັບສົມບັດທັງຫຼາຍ

2. ເປັນທີ່ຕັ້ງແຫ່ງໂພຄະຊັບທັງປວງ

3. ຜູ້ໃຫ້ຍ່ອມໄດ້ຮັບຄວາມສຸກ

4. ຜູ້ໃຫ້ຍ່ອມເປັນທີ່ຮັກຂອງຄົນທັງຫຼາຍ

5. ຜູ້ທີ່ໃຫ້ຍອມຜູກໄມຕຣີໄວ້ໄດ້

6. ເປັນຜູ້ມີສະເຫນ່

7. ເປັນທີ່ຄົບຫາຂອງຄົນດີ

8. ເຂົ້າສັງຄົມໄດ້ຄ່ອງແຄ້ວ

9. ພິລະອາດຫານໃນທຸກຊຸມຊົນ

10.ມີຊື່ສຽງກຽດຕິຄຸນດີ

11. ເມື່ອຕາຍແລ້ວກໍ່ໄປເກີດໃນສະຫວັນ.

Post a Comment

0 Comments

ຄວາມຄິດເຫັນ