
ມຸງຄຸນທີ 14
ອະນາກຸລາ ຈະ ກໍາມະຕາ “ເຮັດວຽກຢ່າໃຫ້ຄົງຄ້າງ”
ຫຼັກການເຮັດວຽກງານໃຫ້ສໍາເລັດລຸລ່ວງດ້ວຍດີ
1. ສັນທະ ມີຄວາມພໍໃຈໃນວຽກທີ່ເຮັດ (ມີໃຈຮັກ)
2. ວິຣິຍະ ຄືຄວາມຕັ້ງໃຈ ພາກພຽນໃນວຽກງານທີ່ເຮັດ
3. ຈິດຕະ ຄືມີຄວາມເອົາໃຈໃສ່ໃນວຽກທີ່ເຮັດ (ເອົາຈິດຝັກໃຝ)
4. ວິມັງສາ ຄືການຄິດພິຈາລະນາທົບທວນວຽກງານນັ້ນໆ
ຄຸນສົມບັດຂອງນາຍຈ້າງທີ່ດີ
1. ຈັດງານໃຫ້ລູກຈ້າງຕາມຄວາມເໝາະະສົມ
2. ໃຫ້ຄ່າຈ້າງຮາງວັນສົມຄວນແກ່ວຽກງານ ແລະຄວາມສາມາດ
3. ໃຫ້ສະຫວັດດີການທີ່ດີ
4. ມີຫຍັງມາກໍ່ແບ່ງໃຫ້
5. ໃຫ້ມີວັນພັກຜ່ອນຕາມສົມຄວນ
ຄຸນສົມບັດຂອງລູກຈ້າງ
1. ມາເຮັດວຽກກ່ອນ
2. ເລີກການຕາມຫຼັງ
3. ເອົາແຕ່ຂອງທີ່ນາຍໃຫ້
4. ເຮັດວຽກໃຫ້ດີຂຶ້ນ
5. ນໍາຄວາມດີຂອງນາຍໄປສັນລະເສີນ
ອານິສົງຂອງການເຮັດວຽກບໍ່ຄ້າງຄາ
1. ຖານະຂອງຕົນ ຄອບຄົວ ປະເທດຊາດດີຂຶ້ນ
2. ໄດ້ຮັບຄວາມສຸກ
3. ເພິ່ງຕົວເອງໄດ້
4. ເປັນທີ່ເພິ່ງຂອງຄົນທັງຫຼາຍໄດ້
5. ສາມາດສ້າງບຸນກຸສົນໄດ້ງ່າຍ
6. ເປັນຜູ້ບໍ່ປະໝາດ.
7. ປ້ອງກັນໄພໃນອະບາຍຍະພູມໄດ້
8. ມີສຸຄະຕິເປັນທີ່ໄປເບື້ອງໜ້າ
9. ເປັນນິໄສຕິດຕົວຂ້າມພົບຂ້າມຊາດ
10.ໄດ້ຮັບການຍົກຍ້ອງສັນລະເສີນຈາກຄົນທົ່ວໄປ
ບຸກຄົນໃດບໍ່ຄໍານຶງເຖິງໜາວຮ້ອນ ອົດທົນໃຫ້ເໝືອນຫຍ້າ ກະທໍາກິດທີ່ຄວນທໍາດ້ວຍເຫື່ອແຮງຂອງລູກຜູ້ຊາຍ ບຸກຄົນນັ້ນຍ່ອມບໍ່ເສື່ອມຈາກສຸກ.
0 Comments