ມຸງຄຸນທີ 13 ສົງເຄາະ ພັນລະຍາ-ສາມີ

ມຸງຄຸນທີ 13
ທັຣສະສັງຄະໂຫ ສົງເຄາະ ພັນລະຍາ-ສາມີ”

ລັກສະນະຂອງພັນລະຍາ 7 ປະເພດ

1. ວະທະພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍເພັດຊະຄາດ ເປັນພວກທີ່ມີຈິດໃຈຄິດບໍ່ດີ ມັກທໍາຮ້າຍ ມັກປ້ອຍດ່າ ຄິດຂ້າສາມີ ຫຼືມີຊູ້ກັບຄົນອື່ນ

2. ໂຈຣິພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍໂຈນ ເປັນຄົນລ້າງຜານ ສ້າງຫນີ້ສິນຫາໄດ້ເທົ່າໃດກໍ່ບໍ່ພໍ ຫຼືເອົາເລື່ອງໃນເຮືອນໄປໂຄສະນາໃຫ້ຄົນພາຍນອກຮັບຮູ້ ເຮັດໃຫ້ເສື່ອມເສຍຊື່ສຽງ

        3.ໄອຍາພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍນາຍ ເປັນຄົນມັກຂົ່ມສາມີໃຫ້ຢູ່ໃຕ້ອໍານາດ ບໍ່ໃຫ້ກຽດສາມີ ເມື່ອຢູ່ຕໍ່ໜ້າຄົນອື່ນ ມັກສັ່ງການ ຫຼືເອົາແຕ່ໃຈຕົວເອງ ເຫັນສາມີເປັນຄົນບໍ່ມີຄວາມສາມາດ ແຕ່ຕົວເອງເປັນຜູ້ນໍາ ້

4. ມາຕາພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍແມ່ ຄືຜູ້ທີ່ມີ ຄວາມຮັກຕໍ່ສາມີທີ່ສຸດ ບໍ່ເຄີຍປະຖິ້ມເຖິງ ຈະທຸກຈະຍາກ ເຈັບໄຂ້ໄດ້ປ່ວຍ ບໍ່ເຮັດໃຫ້ມີເລື່ອງສະເທືອນໃຈ

5. ພະຄີນີພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍນ້ອງສາວ ຄືຜູ້ ທີ່ມີຄວາມເຄົາລົບຕໍ່ສາມີໃນຖານະເປັນ ພໍ່ເຮືອນ ແຕ່ຂັດໃຈກັນຕາມພາສາຄົນໃກ້ຊິດກັນແລ້ວກໍ່ໃຫ້ອະໄພກັນໂດຍບໍ່ຄິດພະຍາບາດເດີນຕາມທາງຂອງສາມີ ຕ້ອງເພິ່ງພາສາມີ

6. ສະຂີພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍເພື່ອນ ຕ່າງຄົນຕ່າງກໍ່ມີສິ່ງທີ່ຄືກັນ ຄວາມສາມາດສ່ໍາໆກັນ ບໍ່ຈໍາເປັນຕ້ອງເພິ່ງພາກັນ ບໍ່ຄ່ອຍຍອມກັນ ເປັນຕົວຂອງຕົວເອງແຕ່ກໍ່ຮັກ ແລະຊ່ວຍເຫຼືອເຊິ່ງກັນໂດຍຕ່າງຄົນຕ່າງເຮັດ ໜ້າທີ່ຂອງຕົນເອງ

7. ທາສີພະຣິຍາ ໝາຍເຖິງພັນລະຍາສະເຫມີດ້ວຍຄົນຮັບໃຊ້ ຄືພັນ ລະຍາທີ່ຢູ່ພາຍໃຕ້ຄໍາສັ່ງສາມີໂດຍບໍ່ມີຂໍ້ໂຕ້ ຕອບສາມີເປັນຜູ້ລ້ຽງດູ ສັ່ງອັນໃດກໍ່ເຮັດແນວນັ້ນ ເຖິງວ່າຈະບໍ່ເຫັນດີນໍາກໍບໍ່ອອກຄວາມເຫັນ ອົດທົນເຮັດຕາມໜ້າທີ່ຕາມ ແຕ່ສາມີຈະສັ່ງການ ເຖິງຈະຖືກຮ້າຍດ່າທຸບຕີກໍ່ຍັງທົນຢູໂດຍບໍ່ໂຕ້ຕອບ

 

ຄຸນສົມບັດຂອງສາມີພັນລະຍາທີ່ດີ

1. ສະມະສັດທາ ຄືມີສັດທາສະເຫມີກັນ

2.ສະມະສີລາ ຄືມີສິນສະເຫມີກັນ

3.ຈາຄະ ຄືມີການເສຍສະຫຼະເໝືອນກັນ

4.ສະມະປັນຍາ ຄືມີປັນຍາສະເຫມີກັນ

 

ເມື່ອໄດ້ແຕ່ງງານກັນແລ້ວ ຕ່າງຝ່າຍຕ່າງມີໜ້າທີ່ ທີ່ຕ້ອງເຮັດ ໜ້າທີ່ຂອງສາມີທີ່ດີ.

1. ຍົກຍ້ອງນັບຖືວ່າເປັນພັນລະຍາ ຄືແນະນໍາເປີດເຜີຍວ່າເປັນພັນລະຍາ ບໍ່ປິດບັງກັບຜູ້ອື່ນ ແລະໃຫ້ກຽດພັນ ລະຍາໃນການຕັດສິນໃຈເລື່ອງຕ່າງໆດ້ວຍກັນ

2. ບໍ່ດູຫມິ່ນພັນລະຍາເມື່ອເຮັດບໍ່ເປັນ ເຮັດບໍ່ຖືກ ຫຼືເຊືອຊາດຕະກຸນ ການສຶກສາວ່າຕໍ່າຕ້ອຍກວ່າຕົນ

3. ບໍ່ປະພຶດນອກໃຈພັນລະຍາ ຄືການໄປມີເຮືອນເລັກເຮືອນນ້ອຍ ຫຼືທ່ຽວຫາຄວາມສໍາລານກັບຍິງບໍລິການ

4 ມອບຄວາມເປັນໃຫຍ່ໃຫ້ໃນເຮືອນ ຄືການມອບທຸຣະໃນ ່ ,ໃຫ້ກັບພັນລະຍາຈັດການຮັບຟັງ ແລະເຮັດຕາມ ຄວາມເຫັນ ຂອງພັນລະຍາກ່ຽວກັບເຮືອນ

5. ໃຫ້ເຄື່ອງແຕ່ງຕົວ ຄືຄວາມສຸກກັບພັນລະຍາເລື່ອງການແຕ່ງ ຕົວໃຫ້ພໍດີ ເພາະສະຕີເປັນຜູ້ຮັກສວຍງາມໂດຍ ທໍາມະຊາດ

 

ໜ້າທີ່ຂອງພັນລະຍາທີ່ດີ

1. ຈັດການງານດີ ວຽກບ້ານການເຮືອນຕ້ອງບໍ່ບົກຜ່ອງ ດູແລດ້ານຄວາມສະອາດທະນຸບໍາລຸງຮັກສາດ້ານ ໂພຊະນາການໃຫ້ຮຽບຮ້ອຍດີ

2. ສົງເຄາະຍາດພີ່ນ້ອງສາມີດີ ຄືໃຫ້ຄວາມເອື້ອເຟື້ອພີ່ນ້ອງຂອງສາມີເທົ່າທີ່ຕົນມີກໍາລົງພໍເຮັດໄດ້ ບໍ່ໄດ້ໝາຍ ເຖິງເລື່ອງຊັບສິນເງິນຄໍາຢ່າງດຽວ

3. ບໍ່ປະພຶດນອກໃຈສາມີ ຄືບໍ່ຄົບຊູ້ ຫຼືບັນໃຈໃຫ້ຊາຍອື່ນ ຊື່ສັດຕໍ່ສາມີຄົນດຽວ

          4. ຮັກສາຊັບໃຫ້ຢ່າງດີ ຄືການຮູ້ຈັກຮັກສາຊັບສິນໄວ້ບໍ່ໃຫ້ໝົດ ດ້ວຍຄວາມສິ້ນເປືອງ ແຕ່ກໍ່ບໍ່ເຖິງກັບຂີ້ຖີ່.

5. ຂະຫຍັນເຮັດວຽກ ຄືບໍ່ກຽດຄ້ານ ເອົາແຕ່ອອກງານ ນອນກິນ ຫຼືເລາະທ່ຽວຢ່າງດຽວ ຕ້ອງເອົາໃຈໃສ່ວຽກ ເຮືອນນໍາ

 

ໂອວາດວັນແຕ່ງງານເປັນໂອວາດປິດສະໜາທີ່ ທະນັນໄຊຍະເສດຖີ ຜູ້ເປັນບິດາຂອງນາງວິສາຂາ ໃຫ້ແກ່ນາງ ໃນວັນແຕ່ງ ງານທັງໝົດ 10 ຂໍ້

1. ໄຟໃນຢ່ານອອກ ໝາຍເຖິງ ບໍ່ນໍາເອົາບັນຫາ ຮ້ອນໃຈຕ່າງໆໃນຄອບຄົວ ໄປເປີດເຜີຍແກ່ຄົນທົ່ວໄປ ພາຍນອກ

2. ໄຟນອກຢ່ານນໍາເຂົ້າ ໝາຍເຖິງບໍ່ນາເລື່ອງລາວບັນຫາ ພາຍນອກທີ່ຮ້ອນໃຈເຂົ້າມາໃນຄອບຄົວ.

3. ໃຫ້ແກ່ຜູ້ໃຫ້ ໝາຍເຖິງ ຜູ້ໃດທີ່ເຮົາໃຫ້ຄວາມຊ່ວຍເຫຼືອຈະຢືມສິ່ງຂອງແລ້ວເມື່ອເຖິງກໍາຫນົດ ກໍ່ນຳມາສົ່ງ ຄືນຕາມເວລາ ເມື່ອມີຄວາມຈໍາເປັນຕ້ອງຂໍຄວາມຊ່ວຍເຫຼືອ ຫາກບໍ່ເກີນຄວາມສາມາດຂອງ ເຂົາເຂົາກໍ່ຍິນດີຊ່ວຍເຫຼືອຢ່າງ ເຕັມໃຈບຸກຄົນເຊັ່ນນີ້ພາຍຫຼັງຖ້າມາຂໍຄວາມຊ່ວຍເຫຼືອເຮົາອີກກໍ່ໃຫ້ຊ່ວຍ

4. ບໍ່ໃຫ້ແກ່ຜູ້ທີ່ບໍ່ໃຫ້ ໝາຍເຖິງ ຜູ້ໃດທີ່ເຮົາໃຫ້ຄວາມຊ່ວຍເຫຼືອ ໃຫ້ຢືມສິ່ງຂອງແລ້ວ ບໍ່ສົ່ງຄືນຕາມກໍາຫນົດ ເວລາ ເມື່ອເຮົາມີເລື່ອງຂໍຄວາມຊ່ວຍເຫຼືອ ເຖິງວ່າບໍ່ເກີນຄວາມສາມາດຂອງເຂົາ ແລະເປັນເລື່ອງຖືກສິນທັມເຂົາກໍ່ບໍ່ຍອມ ຊ່ວຍຄົນແບບນີ້ ພາຍຫຼັງຖ້າມາຂໍຄວາມຊ່ວຍເຫຼືອອີກຢ່າຊ່ວຍ

5. ໃຫ້ບໍ່ໃຫ້ກໍ່ໃຫ້ ໝາຍເຖິງ ຖ້າຍາດພີ່ນ້ອງເຮົາມີຄວາມຫຍຸ້ງຍາກລ້ໍາບາກມາຂໍຄວາມຊ່ວຍເຫຼືອ ເຖິງວ່າບາງຄັ້ງ ບໍ່ສົ່ງສິ່ງຂອງທີ່ ຢືມໄປຕາມການເວລາ ພາຍຫຼັງເຂົາມາຂໍຄວາມຊ່ວຍເຫຼືອອີກກໍ່ໃຫ້ຊ່ວຍ ເພາະເຖິງຢ່າງໃດກໍ່ເປັນຍາດພີ່ ນ້ອງກັນ

6. ກິນໃຫ້ເປັນສຸກ ໝາຍເຖິງ ໃຫ້ຈັດການອາຫານການກິນໃນ ຄອບຄົວໃຫ້ໄດ້ດີ ເບິ່ງແຍງຄອຍຮັບໃຊ້ພໍ່ ແມ່ຂອງສາມີ ໃນເລື່ອງອາຫານຢ່າໃຫ້ບົກຜ່ອງຖ້າເຮັດໄດ້ຢ່າງນີ້ ຕົວເຮົາເອງເວລາກິນກໍ່ ກິນໄປຢ່າງມີຄວາມສຸກ ບໍ່ຕ້ອງກັງວົນ

7. ນັ່ງໃຫ້ເປັນສຸກ ໝາຍເຖິງຮູ້ຈັກທີ່ສູງທີ່ຕໍ່າ ເວລານັ່ງກໍ່ບໍ່ນໍ້າສູງກວ່າພໍ່ແມ່ຂອງສາມີ ແລະຕົນເອງກໍ່ຈະໄດ້ນັ່ງ ຢ່າງມີຄວາມສຸກບໍ່ຕ້ອງກັງວົນບໍ່ຖືກຕໍານິ

8. ນອນໃຫ້ເປັນສຸກ ໝາຍເຖິງ ດູແລເລື່ອງບ່ອນຫຼັບບ່ອນນອນຫ້ດີ ແລະຢຶດຫຼັກຕື່ນກ່ອນນອນຕາມຫຼັງກ່ອນ ນອນກໍ່ຈັດທຸຣະການງານໃຫ້ຮຽບຮ້ອຍເສຍກ່ອນຈະຕື່ນນອນຢ່າງມີຄວມສຸກ

9. ບູຊາໄຟ ໝາຍເຖິງ ເວລາທີ່ພໍ່ແມ່ຂອງສາມີເອງກໍາລັງໃຈຮ້າຍປຽບເໝືອນໄຟກໍາລັງລຸກ ຖ້າຮ້າຍດ່າອັນໃດ ເຮົາກໍ່ໃຫ້ນິ້ງເສີຍຢ່າໄປຕໍ່ຖ້ອຍຕໍ່ຄວາມນ້ໍາ ເພາະໃນຊ່ວງເວລານັ້ນຖ້າເຮົາໄປຖຽງເຂົາເລື່ອງລາວກໍ່ຍິ່ງລຸກລາມໃຫຍ່ໂຕບໍ່ມີ ປະໂຫຍດຄອຍຫາໂອກາດເມື່ອທ່ານເຊົາຮ້າຍແລ້ວ ຈຶ່ງຄ່ອຍຊີ້ແຈງເຫດຜົນໃຫ້ຟັງ ຢ່າງອ່ອນນ້ອມຈະດີກວ່າ

10. ບູຊາເທວະດາ ໝາຍເຖິງ ເວລາທີ່ພໍ່ແມ່ຂອງສາມີ ຫຼືຕົວສາມີເອງທໍາຄວາມດີພະຍາຍາມສົ່ງເສີມສະຫນັບສະ ຫນູນເວົ້າໃຫ້ກໍາລັງໃຈໃຫ້ທໍາຄວາມດີຍິ່ງໆຂຶ້ນໄປ

 

ອານິສົງຂອງການສົງເຄາະພັນລະຍາ-ສາມີ

1. ຄວາມຮັກຍືນຍົງ

2. ສະຫມານສາມັກຄີກັນ

3. ຄອບຄົວມີຄວາມສະຫງົບສຸກອົບອຸ່ນ

4. ໄດ້ຮັບການຍ້ອງຍໍສັນລະເສີນ

5. ເປັນແບບຢ່າງທີ່ດີແກ່ອະນຸຊົນຮຸ່ນຫຼັງ

Post a Comment

0 Comments

ຄວາມຄິດເຫັນ