ມຸງຄຸນທີ 12 ສົງເຄາະບຸດ

 

ມຸງຄຸນທີ 12
ປຸດຕະສັງຄະໂຫ ສົງເຄາະບຸດ ”

1. ຄໍາວ່າບຸດນັ້ນມີຢູ່ 3 ປະເພດ

1. ອະພິຊາຕະບຸດ ຄືບຸດທີ່ມີຄວາມດີ ຄຸນນະທໍາ ແລະຄວາມສາມາດເໜືອກວ່າບິດາມານດາ

2. ອະນຸຊາຕະບຸດ ຄືບຸດທີ່ມີຄວາມດີ ຄຸນນະທໍາ ແລະຄວາມສາມາດສະເຫມີບິດາມານດາ

3. ອະວະຊາຕະບຸດ ຄືບຸດທີ່ມີຄວາມດີ ຄຸນນະທໍາ ແລະຄວາມສາມາດຕໍ່າກວ່າບິດາມານດາ

2. ພໍ່-ແມ່ ມີໜ້າທີ່ ທີ່ຈະຕ້ອງປະຕິບັດກັບລູກ 5 ປະການດັ່ງນີ້:

1. ຫ້າມບໍ່ໃຫ້ເຮັດຄວາມຊົ່ວ

2. ປູກຝັງສະຫນັບສະຫນູນໃຫ້ເຮັດຄວາມດີ

3. ໃຫ້ການສຶກສາຫາຄວາມຮູ້

4. ໃຫ້ໄດ້ຄູ່ຄອງທີ່ດີ ໃຊ້ປະສົບການຂອງເຮົາໃຫ້ຄໍາປຶກສາແກ່ລູກ-ຊ່ວຍເລືອກຄູ່ຄອງໃຫ້ລູກ

5. ມອບຊັບໃຫ້ໃນໂອກາດອັນຄວນ ການເຮັດພິໄນກໍາກໍ່ຖືວ່າເປັນສິ່ງທີ່ຖືກຕ້ອງ

 

3. ລູກ ມີໜ້າທີ່ ທີ່ຈະຕ້ອງປະຕິບັດກັບພໍ່-ແມ່ 5 ປະການດັ່ງນີ້:

1. ພໍ່-ແມ່ ລ້ຽງເຮົາມາແລ້ວຕ້ອງລ້ຽງເພີ່ນຕອບແທນ

2. ຊ່ວຍເຫຼືອແບ່ງເບົາວຽກງານພໍ່-ແມ່

3. ຮັກສາກຽດສັກສີຊື່ສຽງວົງຕະກຸນ

4. ໃຊ້ຈ່າຍ ແລະຈັດສັນຊັບມໍລະດົກທີ່ພໍ່-ແມ່ມອບໃຫ້ ໃຫ້ເປັນປະໂຫຍດ

5. ເມື່ອທ່ານລ່ວງລັບໄປແລ້ວບຸດຈະບໍາເພັນທັກຂີນາທານໃຫ້

4. ວິທີລ້ຽງດູລູກໃນທາງທໍາ

ກ. ພາລູກເຂົ້າວັດເພື່ອສຶກສາຫາຄວາມຮູ້ ທາງພຣະພຸດທະສາສະໜາ

ຂ. ພາລູກໄຫວ້ພຣະກ່ອນນອນທຸກຄືນ

ຄ. ພາລູກເຮັດບຸນ ເຊັ່ນຕັກບາດ ຮັກສາສິນ

ງ. ພາລູກທໍາສະມາທິພາວະນາຮ່ວມກັນທຸກວັນ

ຈ. ຖ້າລູກເປັນຊາຍໃຫ້ບວດເປັນສາມະເນນ ຫລືບວດເປັນພຣະພິກຂຸ ແລ້ວເຂົ້າປະຕິບັດກໍາມະຖານລວມ ທັງສຶກສາພຣະປະຣິຍັດຕິທໍາ

 

5. ອານິສົງຂອງການລ້ຽງດູບຸດ

1. ພໍ່ແມ່ຈະໄດ້ຄວາມປິຕິພາກພູມໃຈເປັນເຄື່ອງຕອບແທນ

2. ຄອບຄົວຈະສະຫງົບສຸກຮົ່ມເຢັນ

3. ປະເທດຊາດຈະມີຄົນດີໄວ້ໃຊ້

4. ເປັນຕົ້ນແບບທີ່ດີງາມຂອງສັງຄົມສືບໄປຕະຫລອດກາລະນານ.

Post a Comment

0 Comments

ຄວາມຄິດເຫັນ