ມຸງຄຸນທີ 11
ມາຕາປິຕຸອຸປັດຖານັງ
“ບໍາລຸງບິດາມານດາ”
ສົມຍານາມຂອງພໍ່-ແມ່
່ ສົມຍານາມຂອງພໍ່-ແມ່ນັ້ນ ກ່າວກັນວ່າທ່ານເປັນທັງພຣະພຣົມຂອງລູກ ເທວະດາຂອງລູກ ຄູຄົນທໍາອິດຂອງລູກ ແລະເປັນພຣະອໍລະຫັນຂອງລູກ ເຊິ່ງຂະຫຍາຍຄວາມໄດ້ວ່າ:
1. ພໍ່ແມ່ເປັນພຣົມຂອງລູກ ເພາະເຫດແຫ່ງພົມວິຫານທໍາ 4 ປະການໄດ້ແກ່
- ເມດຕາ ຄືມີຄວາມປາຖະໜາ ດີຕໍ່ລູກ ບໍ່ມີທີ່ສິ້ນສຸດ,
- ກະລຸນາ ຄືທຸກໃຈໃນຄວາມທຸກຂອງລູກບໍ່ປະຖິ້ມ ແລະຊ່ວຍເຫລືອສະເຫມີ,
- ມຸທິຕາ ຄືເມື່ອລູກມີຄວາມ ສຸກສະບາຍ ກໍ່ມີຄວາມປື້ມປິຕິຍິນດີດ້ວຍຄວາມຈິງໃຈ
- ອຸເປກຂາ ຄືເມື່ອລູກມີຄວາມຄວາມສາມາດລ້ຽງຕົນເອງໄດ້ແລ້ວ ກໍ່ບໍ່ວຸ້ນວາຍກັບຊີວິດຄອບຄົວລູກຈົນເກີນງາມ ແລະ ຖ້າຫາກລູກຜິດພາດກໍ່ບໍ່ຊ້ໍາເຕີມ ແຕ່ເປັນທີ່ປຶກສາໃຫ້ເມື່ອລູກຕ້ອງການ ້
2. ພໍ່ແມ່ເປັນເທວະດາ (ບຸບພະເທບ) ຂອງລູກເພາະປົກປ້ອງຄຸ້ມກັນໄພ ລ້ຽງດູລູກມາກ່ອນ ຜູ້ມີຄວາມປາຖະໜາດີ
3. ພໍ່ແມ່ເປັນຄູຄົນທໍາອິດຂອງລູກ ເພາະສັ່ງສອນອົບຮົມທັງຄໍາເວົ້າ ແລະກິລິຍາມາລະຍາດໃຫ້ລູກກ່ອນຄົນອື່ນໆ
4. ເປັນຜູ້ມີອຸປະກາລະຄຸນຕໍ່ລູກ ຄືອຸປະກາລະລ້ຽງດູເບິ່ງແຍງມາ ດ້ວຍຄວາມອິດເມື່ອຍ ກວ່າຈະເຕີບໂຕເປັນຜູ້ ໃຫຍ່ ້
5. ເປັນຜູ້ມີພຣະເດດພຣະຄຸນຕໍ່ລູກ ຄືໃຫ້ຄວາມອົບອຸ່ນລ້ຽງດູ ປົກປ້ອງຈາກໄພອັນຕະລາຍຕ່າງໆນາໆ.
6. ເປັນເນື້ອນາບຸນຂອງລູກ ຄືລູກເປັນກໍາດີທີ່ພໍ່ແມ່ໄດ້ສ້າງມາ ແລະເປັນຜູ້ຮັບຜົນບຸນທີ່ພໍ່ແມ່ໄດ້ສ້າງໄວ້ແລ້ວ
ການທົດແທນພະຄຸນບິດາມານດາ ້
ເປັນສິ່ງທີ່ລູກຄວນປະຕິບັດລະຫວ່າງເມື່ອທ່ານມີຊີວິດຢູ່ ກໍ່ລ້ຽງດູທ່ານ ເປັນການຕອບແທນຊ່ວຍເຫລືອເປັນທຸລະ ເລື່ອງການງານໃຫ້ທ່ານ ດໍາລົງວົງຕະກຸນໃຫ້ສືບໄປບໍ່ເຮັດໃຫ້ເສື່ອມເສຍ ລວມທັງປະພຶດຕົນໃຫ້ ຄວນແກ່ການສືບທອດ ມໍລະດົກຈາກທ່ານ ເມື່ອທ່ານລ່ວງລັບໄປແລ້ວ ກໍ່ທໍາບຸນອຸທິດກຸສົນໃຫ້ທ່ານ
ສ່ວນການເປັນລູກກະຕັນຍູຕໍ່ພໍ່ແມ່ ໃນຄໍາສັ່ງສອນຂອງພຣະພຸດທະເຈົ້າທ່ານກ່າວໄວ້ຄື
1. ຖ້າທ່ານຍັງບໍ່ມີສັດທາ ໃຫ້ທ່ານເຖິງພ້ອມດ້ວຍສັດທາຄື ພະຍາຍາມເຮັດໃຫ້ທ່ານເຖິງພ້ອມດ້ວຍຄວາມ ສັດທາໃນພຣະພຸດທະສາສະໜາເຊື່ອໃນເລື່ອງການທໍາດີ.
2. ຖ້າທ່ານຍັງບໍ່ມີສິນ ໃຫ້ທ່ານເຖິງພ້ອມດ້ວຍສິນ ຄືພະຍາຍາມໃຫ້ທ່ານເປັນຜູ້ຮັກສາສິນ 5 ໃຫ້ໄດ້
3. ຖ້າທ່ານເປັນຄົນຂີ້ຖີ່ ໃຫ້ທ່ານເຖິງພ້ອມດ້ວຍການໃຫ້ທານ ຄື ພະຍາຍາມໃຫ້ທ່ານເຖິງພ້ອມດ້ວຍການໃຫ້ ດ້ວຍຄວາມເມດຕາໂດຍບໍ່ ຫວັງຜົນຕອບແທນ
4. ຖ້າທ່ານຍັງບໍ່ທໍາສະມາທິພາວະນາ ໃຫ້ທ່ານເຖິງພ້ອມດ້ວຍ ປັນຍາ ຄືພະຍາຍາມໃຫ້ທ່ານຝຶກນັ່ງສະມາທິພາ ວະນາໃຫ້ໄດ້
ອານິສົງຂອງການບໍາລຸງບິດາມານດາ
1. ມີຄວາມອົດທົນ
2. ມີສະຕິຮອບຄອບ
3. ມີເຫດຜົນ
4. ພົ້ນທຸກພົ້ນໄພ
5. ໄດ້ລາບໂດຍງ່າຍ
6. ພົ້ນໄພໃນຍາມຈົນຕາແຈ
7. ເທວະດາລົງມາຮັກສາ
8. ໄດ້ຮັບການຍ້ອງຍໍສັນລະເສີນ
9. ມີຄວາມຈະເລີນກ້າວໜ້າ
10.ຖ້າມີລູກກໍ່ຈະໄດ້ລູກທີ່ດີ
11.ມີຄວາມສຸກ
12. ເປັນແບບຢ່າງອັນດີແກ່ອະນຸຊົນຄົນຮຸ່ນຫລັງ
ເພາະການເບິ່ງແຍງເອົາໃຈໃສ່ມານດາບິດານັ້ນແລ ບັນດິດທັງຫລາຍ ຍ່ອມສັນລະເສີນເຂົາໃນໂລກນີ້ ເມື່ອເຂົາລະໂລກໄປແລ້ວຍ່ອມມີຄວາມສຸກໃນສະຫວັນ.

0 Comments