ອົງແຫ່ງພິກຂຸບວດໃໝ່

 

ອົງແຫ່ງພິກຂຸບວດໃໝ່ 5 ຢ່າງ
1. ສຳລວມໃນພຣະປະຕິໂມກ
2. ສັງລວມອິນຊີ
3. ຄວາມເປັນຄົນບໍ່ເອິກກະເດິກເຮຮາ
4. ຢູ່ໃນເສນາສະນະອັນສະຫງົບ
5. ມີຄວາມເຫັນຊອບ
          ຄຳອະທິບາຍ: ພິກຂຸບວດໃໝ່ຍັງບໍ່ເກີນພັນສາ ເອີ້ນວ່າ ນະວະພິກຂຸ ຂໍ້ປະຕິບັດແຫ່ງນະວະກະພິກຂຸ ເອີ້ນວ່າ
ອົງແຫ່ງພິກຂຸ
          ປະໂມກຂະສັງວະລະ ສັງລວມໃນພຣະປະຕິໂມກ ແລະອິນທະຣິຍະສັງວະລະ ສັງລວມອິນຊີ (ມີອະທິບາຍແລ້ວໃນ ອະປັນນະກະປະຕິປະທາ 3 ແລະປະຣິສຸທທິສິນ 4 ຂ້າງຕົ້ນ
          ການບໍ່ສົ່ງສຽງເອິກກະເດີກເຮຮາ ດຸດການສະນຸກສະໜານ ລື້ນເລິງອຶກກະທຶກນຶກນອງ ຂອງຄະລືຫັດ ກໍ່ດີ ການບໍ່ເວົ້າຕະຫຼົກເຮຮາ ດຸດການຂອງການສະແດງອວດກໍ່ດີ ການບໍ່ເວົ້າແບບນັກເລງກໍດີ ຊື່ວ່າຄວາມບໍ່ເປັນຄົນເອິກກະເດິກເຮຮາ
          ເສນສສະນາອັນສະງັດ ໂດຍຕົງ ຄື ປ່າໄມ້ ພູເຂົາ ແລະອື່ນໆ ເຊິ່ງຫ່າງໄກຈາກຊຸມຊົນໂດຍອ້ອມ ຄືບ່ອນທີ່ອາໄສບໍ່ລຸກລານ ແລະເປັນບ່ອນບໍ່ມົ້ວສຸມກັນ ການຢູ່ໃນເສນາສານະເຊັ່ນນີ້ ຊື່ວ່າ ຢູ່ໃນເສນາສະນະອັນສະງັດ
          ຄວາມເຫັນຊອບຕາມທຳນອງຄອງທັມ ຄື ເຫັນຊອບຕາມທັມມະ ວິນັຍ ຊື່ວ່າ ສັມມາທິດຖີ ຫຼື ສັມມາທັດສະນະ ຄື ມິຄວາມເຫັນຊອບ
ນະວະກະພິກຂຸ ຄື ພິກຂຸບວດໃໝ່ຄວນຕັ້ງຢູ່ໃນທັມ 4 ຢ່າງນີ້

Post a Comment

0 Comments

ຄວາມຄິດເຫັນ