1. ມາຕຸຄາຕ ຂ້າມານດາ
2. ປິຄຸຄາຕ ຂ້າບິດາ
3. ອະຣະຫັນຕະຄາຕ ຂ້າພຣະອະລະຫັນ
4. ໂລຫິຕຸປນາທ ທຳຣ້າຍພຣະພຸທທະເຈົ້າ ຈົນເຮັດໃຫ້ເລືອດອອກ
5. ສັງຄະເພທະ ທຳລາຍສົງໃຫ້ແຕກແຍກ
ຄາອະທິບາຍ: ກັມອັນໃຫ້ຜົນໃນແຕ່ລະລະດັບ ຈັດເປັນຄຣຸກັມ
ຄືກັມອັນໜັກໃນຝ່າຍບາບ ເອີ້ນວ່າ ອະນັນຕະຣິຍະກັມ
ຜູ້ຂ້າບິດາມານດາຂອງຕົນເອງໄດ້ແລ້ວ
ຈັກບໍ່ຂ້າຄົນອື່ນໃນເມື່ອຕົນຂັດໃຈຂຶ້ນມາ ເປັນອັນບໍ່ມີ
ນັບວ່າເປັນການລ້າງຜານວົງຕະກຸນຂອງຕົນດ້ວຍຊື່ວ່າ ມາຕຸຄາດ ແລປິຕຸຄາດ
ຜູູ້ຂ້າພຣະອະຣະຫັນ ຜູ້ປະພຶດບໍລິສຸດດ້ວຍກາຍ ວາຈາ ແລະໃຈ
ບໍ່ໄດ້ຄິດຮ້າຍ ບໍ່ໄດ້ທຳຮ້າຍຄົນໃດຄົນໜຶ່ງເລີຍ ແລະເປັນທີ່ນັບຖືຂອງມະຫາຊົນໄດ້ແລ້ວ
ຈັກບໍ່ຄິດຂ້າຄົນອື່ນ ຜູ້ບັງບໍ່ບໍລິສຸດຢ່າງນັ້ນ ຍັງບໍ່ເປັນທີ່ນັບຖືຊຶ່ງນັ້ນ
ເປັນອັນບໍ່ມີ ແລະນັບວ່າລ້າງຜານທີ່ນັບຖືຂອງມະຫາ
ຊົນດ້ວຍ ຊື່ວ່າ ອະຣະຫັນຕະຄາຕ
ຜູ້ໃດທຳຮ້າຍພຣະສາສະໜາຂອງຕົນເອງ
ເຖິງພຽງທຳຮ້າຍໃຫ້ເລືອດອອກໄດ້ແລ້ວ ນັບວ່າ ທຳໃຫ້ໝົດຫຼັກໃນພຣະພຸທທະສາສະໜາ
ດຸດດ່ຽວກັບການຄິດກໍກະບົດ ທຳຮ້າຍພຣະເຈົ້າ ແຜ່ນດິນຂອງຕົນ ຊື່ວ່າ ໂລຫິຕຸບາດ
ພິກຂຸຜູ້ທຳຮ້າສົງໃຫ້ແຕກແຍກກັນ ເປັນພັກເປັນພວກ
ເຖິງຄະນະຂອງຕົນຍັງທຳລາຍໄດ້ແລ້ວ ຈັກບໍ່ທຳຮ້າຍຄະນະອື່ນ ເປັນອັນບໍ່ມີ
ເຊັ່ນດຽວກັບຍຸແຍທຳຄວາມແຕກສາມັກຄີໃນ ຊາດຂອງຕົນ ຊື່ວ່າ ສັງຄະເພທະ.
ອີກຢ່າງໜຶ່ງ ການຂ້າບຸກຄົນອື່ນຜູ້ມີອຸປະກະຣະດຸດ ບິດາມານດາ
ຫຼືຜູ້ມີຖານະສະເໝີ ດ້ວຍບິດາມານດາກໍດີ
ການຂ້າບຸກຄົນຜູ້ມີຄວາມປະພຶດບໍຣິສຸດດຸດພຣະອະຣະຫັນ ຜູ້ເປັນທີ່ນັບ ຖືຂອງມະຫາຊົນກໍ່ດີ
ການທຳຮ້າຍພຣະພຸດທະຮູບໃຫ້ເສື່ອມຫາຍ ຫຼືທຳຮ້າຍຜູ້ນຳຂອງສາສະ
ໜາ
ເຖິງພຽງບໍບາດເຈັບກໍຕາມ ການບ່ອນທຳຮ້າຍພຣະສາສະໜາ ຄະນະສົງກໍ່ດີ
ເຖິງວ່າບໍ່ເຖິງຂັ້ນອະນັນຕະຣິຍະກັມ ກໍ່ຄວນສົງເຄາະເຂົ້າໃນກຸ່ມກັມ ຄື
ກັມໜັກໃນຝ່າຍບາບ.

0 Comments