ທຸກໆຄັ້ງທີ່ເຫັນໃບໜ້າອັນງົດງາມ ແລະມີສະເໜຂອງນາງແລ້ວ ຂ້ອຍຢາກກັ້ນໃຈຕາຍເຫຼືອເກີນ ນາງງາມເໝືອນນາງຟ້າ ໜ້າຮັກເໝືອນກິນນະລີ ສີສັນຂ່າວຜ່ອງເໝື່ອນຜູ້ມີບຸນໜັກສັກໃຫຍ່ ນາງຕ້ອງເປັນທິດາຂອງເຈົ້າໃຫຍ່ນາຍໂຕ ເປັນດອກຟ້າທີ່ຂ້ອຍບໍ່ອາດຄວ້າມາດົມບໍ່ໄດ້ ດັ່ງນີ້ ຂ້ອຍຈິ່ງຄິດນ້ອຍອົກນ້ອຍໃຈ ທີ່ບຸນຫົວໂຕບໍ່ສົມເພີ່ນ “ຍາດເທວະດາມາເກີດແທ້ໆ” ຂ້ອຍຄິດວ່າໃຫ້ນາງໃນໃຈ.
ຂ້ອຍເຫັນນາງຄັ້ງທຳອິດ ທີ່ໂຮງຮຽນສີໄຄນາງເປັນນັກກິລາຫຼິ້ນບາສະເກັດບານເກ່ງ, ວັນນັ້ນນາງໃສ່ຊຸດສົ້ງຂາສັ້ນ ປ່ອຍໃຫ້ເຫັນຂາຂາວໜ້າຢາກລູບພິລຶກ ຂ້ອຍເບິ່ງນາງຫຼິ້ນຢ່າງຕື່ນເຕັ້ນ ສາຍຕາບໍ່ປະນາງຈັກເທື່ອ ບານຈະຕົກໄປຢູ່ມືໃຜກໍ່ບໍ່ກ່ຽວ ເອົາແຕ່ຈ້ອງເບິ່ງນາງຄົນດຽວ ນາງຈະຢຸດຈະຢ່າງ ຈະແລ່ນ ເປັນເປົ້າໝາຍຂອງສາຍຕາຂ້ອຍທັງໝົດ ພໍສິ້ນສຸດການແຂ່ງຂັນ ນາງກໍ່ເຊົ່າເໝື່ອຍແລ້ວກໍ່ຂື້ນລົດໄປກັບເພື່ອນຍິງດ້ວຍກັນຫ້າຫົກຄົນ ຊື່ຢ່າງໃດ ບ້ານຢູ່ໃສ ເປັນລູກໃຜນໍສັງມາໜ້າຮັກແທ້? ຂ້າພະເຈົ້າພະຍາຍາມຖາມໝູ່ ແຕ່ກໍບໍ່ມີໃຜຮູ້ຈັກ ຈຶ່ງໄດ້ແຕ່ຈົດຈຳໃບໜ້າໄວ້ ພ້ອມທັງສົມໝຸດຊື່ໃຫ້ນາງວ່າ ໂລລິຕ້າໂອ ! ໂລລະຕ້າ ຍອດຮັກຂອງອ້າຍ ສິບນາງງາມຈັກກະວານ ກໍບໍ່ປານປຽບເຈົ້າ.
ຈາກວັນນັ້ນ ນາງກໍງຽບຫາຍໄປ ເໝືອນວ່ານາງບໍ່ໄດ້ຢູ່ໂລກອັນສົກກະປົກນີ້ ຂ້ອຍໄດ້ແຕ່ຄິດຝັນຫານາງ ພາບຂອງນາງເປັນເງົາຕິດຕາມໄປນຳທຸກຫົນທຸກແຫ່ງ ໂອ! ໂລລີຕ້າ....ເຈົ້າໄປຢູ່ນະແຫ່ງຫ້ອງໃດເດ. ສິບເດືອນຜ່ານພົ້ນໄປ ຂ້ອຍໄປກິນລ້ຽງ ໃນໂອກາດແຕ່ງດອງຂອງເພື່ອນຢູ່ສວນມອນ ກັບເພື່ອນຫ້າຄົນຖິ້ມສາຍຕາໄປທົ່ວບໍລິເວນງານທີ່ເຕັມໄປດ້ວຍແຂກມາກໜ້າຫຼາຍຕາ ແລະແລ້ວກໍ່ພົບວ່າ ທີ່ໂຕະແຄມຮົ້ວ ມີໂລລີຕ້າ ນັ່ງຢູ່ກັບເພື່ອນສາມສີ່ຄົນ ໂລກນີ້ມັນໝູນວຽນ ຂ້ອຍຄິດວ່າ ໃນທີ່ສຸດຂ້ອຍກໍ່ໄດ້ພົບກັບນາງອີກຈົນໄດ້ ນາງງາມເດັ່ນ ຍິ້ມໃຫ້ເພື່ອນຢ່າງອ່ອນຫວານ ສະຫງົບສະຫງ່ຽມສົມເປັນກຸນລະສັດຕີ ມີເພື່ອນຄົນໜຶ່ງບອກວ່າຊື່ ສີສົມວຽງ ຕົກລົງ ໂລລີຕ້າຂອງຂ້ອຍ ກໍຖຶກເປີດເຜີຍນາມຈິງ. “ງາມຈັ່ງຊີ້ບາດຮ້ອງໃຫ້ ນ້ຳຕາຄືຊິເປັນໄຂມຸກນໍ” ຂ້ອຍລົມກັບເພື່ອນ.
ຕໍນັ້ນມາຂ້າພະເຈົ້າກໍ່ໄດ້ພົບນາງເລື້ອຍ ບາງຄັ້ງສວນທາງກັນ ບາງຄັ້ງເຫັນນາງຂີ່ລົດຜ່ານໄປ ນາງຂັບລົດເບັ້ນສີໃໝ່ອ່ຽມ ອັນນີ້ເອງແຫ່ງນຳຄວາມຄິດເສຍດາຍຊາດເກີດ ມາສູ່ຂ້ອຍ ທີ່ວາດສະໜາຕົວເອງມັນຕ່ຳຕ້ອຍ ໂທ! ໂລລີຕ້າ...ລົດເບັ້ນທີ່ເຈົ້າຂີ່ ກໍ່ຄືກຳແພງເຫຼັກກ້າທີ່ຂ້ອຍບໍ່ອາດພັງເຂົ້າໄປຫາເຈົ້າໄດ້ ເຖິງປານນັ້ນກໍ່ຕາມ ຂ້ອຍກໍ່ຍັງບໍ່ລົດຄວາມພະຍາຍາມທີ່ຈະໄດ້ຮູ້ຈັກກັບນາງ ເຖິງຈະບໍ່ໍຮັກກໍພຽງໄດ້ຮູ້ຈັກ ຫຼືຢ່າງນ້ອຍກໍຂໍໃຫ້ໄດ້ເວົ້ານຳພຽງຈັກເທື່ອໜຶ່ງເທາະ ຫົວໃຈຂອງຂ້ອຍຄົງຈະຕື່ນເຕັ້ນຊັກແງັກໆ ປານປາຕາຍບັດພຸນລະ ວັນໜຶ່ງຂ້ອຍໄດ້ໄປຢ້່ງຫຼິ້ນຕາມຖະໜົນເຊດຖາທິລາດ ເລະເບິ່ງເຄື່ອງທີ່ເອົາມາເອ້ໄວ້ຕາມຕູ້ແກ້ວ ຢ່າງໄປເລື້ອຍໆໂດຍບໍ່ມີຈຸດໝາຍ ແຕ່ແລ້ວຈຸດໝາຍກໍ່ເກີດຂື້ນທັນໃດ ເມື່ອສາຍຕາໄປພົບເອົາ ໂລລີຕ້າ ຊຶ່ງກຳລັງຢ່າງຢູ່ເບື້ອງໜ້າ ຂ້ອຍເລ່ງບາດກ້າວໄປໄວໆ ຈົນໃກ້ເຖະງຕົວນາງ ແລ້ວກໍ່ຄ່ອຍຊ້າໆຖິ້ມລະຍະຫ່າງ ໄວ້ພໍສົມຄວນນຳຫຼັງນາງໄປຢ່າງບໍ່ລົດລະ ຄັ້ງໜຶ່ງນາງຫຼຽວຫຼັງມາ ຂ້ອຍທຳທ່າເສີຍເຫຼືອດຕາໄປທາງອື່ນເໝືອນວ່າບໍ່ສົນໃຈກັບນາງ ແຕ່ຫົວໃຈເຕັ້ນຕຶກໆ ເມື່ອຮອດນໍ້າພຸຕະຫຼາດເກົ່າ ນາງເຂົ້າໄປປົນກັບເພື່ອນອີກຫຼາຍຄົນ ແລ້ວກໍພາກັນຂື້ນໄປເຖິງຊັ້ນສອງ ຂອງອາຄານສະມາຄົມລາວອາເມລິກັນ ຄວາມຈິງອີກອັນໜຶ່ງເປີດເຜີຍອອກມາແລ້ວ ນາງຄືນັກຮຽນຂອງສະມາຄົມນີ້.
ນັບແຕ່ວັນນັ້ນມາ ຫຼັງຈາກເລີກການແລ້ວ ຂ້ອຍກໍ່ຢ່າງໄປດ້ອມໆ ອ້ອມນ້ຳພຸຫຼິ້ນ ບາງມື້ກໍເຫັນນາງນັ່ງຢູ່ຕັ່ງພາຍໃນນ້ຳພຸ ບາງມື້ກໍເຫັນນາງຍືນຢູ່ກັບໝູ່ໃກ້ໆອາຄານຮຽນ ບາງມື້ກໍບໍ່ເຫັນເລີຍ ຄົງພັບແຕ່ພວກນາງ “ດອກໄມ້ປອມ” ຫຼືກະເທີຍນັ້ນເອງ ມື້ໃດບໍ່ໄດ້ໄປນ້ຳພຸ ຫົວໃຈມັນຊ່າງແສນອາວອນ ນອນບໍ່ຫຼັບລົງໄດ້ ຈາກການທີ່ມາດ້ອມໆ ຢູ່ນ້ຳພຸເລື້ອຍໆ ຂ້ອຍກໍ່ພົບຄວາມຈິງອີກວ່າ ນາງມາຮຽນແຕ່ວັນຈັນ ວັນພຸດແລ້ວກໍ່ວັນສຸກເທົ່ານັ້ນ ຕົກລົງອາທິດໜຶ່ງຂ້ອຍເລີຍມາທ່ຽວນ້ຳພຸແຕ່ສາມວັນ.
ຫຼາຍເດືອນຜ່ານພົ້ນໄປ ຕອນສວາຍວັນໜຶ່ງ ເປັນວັນອາທິດຂ້ອຍຂັບລົດຈິບໄປທຸລະ ທີ່ບໍ່ສຳຄັນທໍ່ໃດ ທັງໃຈກໍລ່ອຍລະລ່ອງຄິດຫາແຕ່ ໂລລີຕ້າ ກໍ່ເພາະວຽງຈັນຂອງເຮົາມັນແຄບ ທຸກຄົນເກືອບຮູ້ຈັກໜ້າກັນ ເຖິງຈະບໍ່ຮູ້ຈັກຊື່ກໍ່ຕາມ ແລະແລ້ວຂ້ອຍກໍ່ພົບນາງອີກ ນາງຢູ່ໃນລົດເບັ້ນຄັນເດີມຂັບໄປກ່ອນໜ້າແລ່ນຊ້າໆ ເພາະຈາລະຈອນມັນຄັບຄັ່ງ ຂ້ອຍແລ່ນນຳກົ້ນນາງໂດຍບໍ່ຍອມຫ່າງ ຕິດຕາມຕັ້ງແຕ່ຖະໜົນສາມແສນໄທ ໃກ້ສະໝາມກິລາຂື້ນໄປເຖິງຕະຫຼາດແລງເກ່ົາ ແລ້ວລ້ຽວຊາຍອອກທາງຮິມຂອງ ລ່ອງໃຕ້ໄປເລື້ອຍໆ ນັບວ່າດົນແລ້ວທີ່ຂ້າພະເຈົ້າຢາກຮູ້ຈັກກັບນາງ ແຕ່ໂອກາດບໍ່ອຳນວຍໃຫ້ຈັກເທື່ອ ບາດນີ້ຕັດສິນໃຈແນ່ວແນ່ ອຳນວຍໂອກາດເອົາເອງເປັນຫຍັງກໍເປັນລະ ໃນທີ່ສຸດລົດນາງເຖິງທາງແຍກໂຮງໝໍມະໂຫສົດ ນາງກົດໄຟລ້ຽວຊ້າຍ ຂ້ອຍເລັ່ງລົດຕຳກົ້ນລົດເບັ້ນ ທັນໃດສຽງດັງຕ້ຳ!....ລົດພວກເຮົາຢຸດທັນທີ ໄຟຊ້ານຂ້າງຊາຍແຕກ ປາລາຊົກບຸບເຂົ້າໄປ ຝາຫຼັງບ້ຽວ ເປີດອອກປິດບໍ່ໄດ້ອີກ ສ່ວຍລົດຈິບເສຍຫາຍເລັກນ້ອຍ ນາງເປີດປະຕູລົດລົງມາ ຂ້ອຍຢ່າງເຂົ້າໄປຫາ.
“ຂໍໂທດຫຼາຍໆ ບໍ່ຮູ້ວ່າເຈົ້າຊິລ້ຽວ” ຂ້ອຍເວົ້າກັບນາງເປັນຄັ້ງແລກໃນຊີວິດ.
“ຂ້ອຍເປີດໄປຊິຍານແລ້ວເດ້” ນາງເຮັດສຽງດັງ.
“ຂ້ອຍເຜີໄປຂໍໂທດອີກແດ່”
“ເຮັດຈັງໃດບາດນີ້ ໄປເອີ້ນຈະລາຈອນຕິ” ນາງສະເໜີ.
“ເອົາລະ.....ບໍ່ຕ້ອງ ຂ້ອຍຍອມຮັບຜິດ ຂ້ອຍຊິເສຍຄ່າແປງໃຫ້ດອກ ຂໍໂທດເຈົ້າຊື່ ຫຍັງ?”
“ສີສົມວຽງ” ນາງບອກ.
“ຂ້ອຍຊື່ສົມບູນ...ບ້ານເຈົ້າຢູ່ໃສ?”
“ຢູ່ທາດຫຼວງ”
“ຂ້ອຍຢູ່ຫົວເມືອງ ເອົານີ້ເບີລົດຂ້ອຍ ເອີ.....ຄັນຊັນຂ້ອຍໄປບ້ານເຈົ້າໄດ້ບໍ?”
“ຂ້ອຍມີວຽກນະ, ຍັງບໍ່ໄດ້ກັບງ່າຍເທື່ອດອກ ເອົາຈັງຊີເຈົ້າໄປຫາຂ້ອຍ ຢູ່ກົມໄປສະນີ
ມື້ໃດກໍໄດ້ ຂ້ອຍເຮັດການຢູ່ຫັ້ນ” ນາງແນະນໍາ.
“ຕົກລົງ....ລາກ່ອນ ຂໍໂທດຫຼາຍໆເດີ.
“ບໍ່ເປັນຫຍັງ” ນາງວ່າ.
ຂ້ອຍບໍ່ໄປຫານາງຢູ່ກົມໄປສະນີດອກ ພໍຮອດມື້ໃໝ່ມາ ຊຶ່ງເປັນວັນຈັນ, ຫຼັງຈາກເລີກ
ການແລ້ວ ກໍເປີດຮອດນໍ້າພຸທັນໃດ ຍ່າງເຂົ້າາໄປໃນນໍ້າພຸ ກໍພົບນາງນັ່ງຢູ່ ດັ່ງຄາດ
ໝາຍ. ຂ້ອຍທຳທ່າຕື່ນເໝືອນຄົນພົບກັນໂດຍບັງເອີນ.
“ໂທ! ມາເຮັດຫັຍງຢູ່ນີ້ ສີສົມວຽວ ?”
“ຖ້າຮອດໂມງເຂົ້າຮຽນ, ຈໍຂ້ອຍຮຽນພາສາອັງກິດຢູ່ນີ້ເດ” ນາງຊິໄປຍັງສະມາຄົມ ລາວອາເມລິກັນ.
“ດີລະຕີຊັ້ນ...ຮຽນອັງກິດກ້າວໜ້າດີ ເປັນຈັງໃດລົດ?”
“ເອົາໄປແປງແລ້ວ ເຂົາວ່າສິບກວ່າມື້ພຸ້ນລະຈຶ່ງໄດ້”
“ເພີ່ນບໍ່ວ່າຫຍັງ ຫວະນະ?”
“ມີແຕ່ຍາພໍ່ຫັນແລ້ວ ເພິ່ນຈົ່ມແດ່ເລັກນ້ອຍ” ຂ້ອຍຈິງຫົວຮື ຮື ຢູ່ໃນຄໍແລ້ວເວົ້າຕໍ່ “ຍັງ
ດີທີ່ພວກເຮົາຍັງບໍ່ເຈັບຈັກຄົນ”
“ຊະມົວນໍ້...ເຈົ້າມາຫຍັງພີ້” ນາງຖາມ.
“ມາຫຼິ້ນ...ວ່າຊິໄປອ່ານໜັງສືຢູ່ຫ້ອງສະໝຸດຝຮັ່ງໜີ້” ເວົ້າແລ້ວຂ້າພະເຈົ້າກໍ່ລານາງໄປ
ທາງໃຈບໍ່ຢາກໜີເລີຍ ແຕ່ກໍຈຳໃຈ ເພາະຢ້ານນາງຫາວ່າຢາກມີອີ່ເນາະອີ່ແນະນຳ.
ໃນຕອນແລງວັນພຸດຂ້ອຍໄດ້ພົບນາງອີກ ນາງກຳລັງອ່ານປຶ້ມຢູ່.
“ເຈົ້າຄືຊິປາກອັງກິດເກ່ງນໍ້” ນາງກ່າວຂື້ນ.
“ກະພໍໄດ້ເລັກນ້ອຍ” ຂ້ອຍທ່ອມຕົວ.
“ຂໍຖາມແນ່ໂຕນີ້ເຂົາອ່ານວ່າຈັງໃດ?” ນາງຊີ້ຄຳໜຶ່ງໃນປຶ້ມ ຂ້ອຍບອກນາງພ້ອມທັງ ຄວາມແປ.
“ຂອບໃຈ...ເຊີນນັ່ງແມະ” ນາງບອກ.
ຂ້ອຍໄດ້ໂອກາດດັ່ງນີ້ ຈຶ່ງທຳທ່າເປັນພະເອກນັ່ງລົງຄຽງຂ້າງນາງ ຫົວໃຈເຕັມໄປດ້ວຍ
ຄວາມສຸກ ມື້ນີ້ນໍ້າພຸທັງໜ່ວຍເປັນຂອງຂ້ອຍຜູ້ດຽວ ມີຄົນຢ່າງມາເຫັນ ແລ້ວກໍແນມ
ຕາເບິ່ງ ເຂົາຄົງອິດສາຂ້ອຍພິລຶກ.
“ເຈົ້າຮຽນອັງກິດດົນແລ້ວວະ” ຂ້ອຍຖາມ.
“ສອງເທີມແລ້ວ ແຕ່ຍັງປາກບໍ່ເກ່ງ”
“ພະຍາຍາມຕໍ່ໄປ ສອງເທີມໜຶ່ງ ໃຜຊິປາກເກ່ງຈັກຄົນ”
“ເຈົ້າເຄີຍຮຽນອັງກິດຢູ່ໃສ?” ນາງສົນໃຈ.
“ຮຽນແຕ່ຄັ້ງຢູ່ລີເຊພຸ້ນແລ້ວ ຕໍ່ມາກະຮຽນດ້ວຍຕົນເອງແດ່ ປານນັ້ນກໍຍັງບໍ່ເກ່ງ”
“ໄດ້ປານນີ້ກໍດີຫຼາຍແລ້ວຕີ້ ຂ້ອຍຂີ້ຮ້າຍຫຼາຍ”
“ບໍ່ຂີ້ຮ້າຍ ພະຍາຍາມຮຽນໄປ ມີຫຼາຍຄົນຮຽນແຕ່ດົນ ຍັງປາກບໍ່ໄດ້ກໍ່ມີ”
ພວກເຮົາລົມກັນເລື່ອງການຮຽນ ແລ້ວກໍ່ເລື່ອງຕ່າງໆ ຈົນຮູ້ສຶກສະໜິດສະໜົມ
ກັນດີ ຂ້າພະເຈົ້າພົບນາງເລື້ອຍໆ ມິດຕະພາບຂອງເຮົາກຳລັງແໜ້ນແຟ້ນ ຈົນເລື່ອງ
ລົດເບັ້ນກົ້ນໂປດໄປ.
ສິບກວ່າວັນຜ່ານພົ້ນໄປ ມື້ນີ້ຂ້າພະເຈົ້າໄປຫານາງຕາມປົກກະຕິ ນາງຍິ້ມໃສ່ແລ້ວກໍ
ຍື່ນເຈັ້ຍໃຫ້.
“ໃບຮັບຄ່າແປງລົດ” ນາງວ່າ.
ຂ້າພະເຈົ້າຈັບມາເບິ່ງແລ້ວກໍ......
“ຂໍໂທດເດີ...ຂ້ອຍຟ້າວໄປຫາໝໍຢູ່ຄິກນິກ ຂ້ອຍບໍ່ສະບາຍລາກ່ອນ ຂ້ອຍເວົ້າແລ້ວກໍ່ອອກຈາກນ້ຳພຸໄປຢ່າງໄວ. ປັດໂທ!!! ຄ່າແປງລົດຕັ້ງຫ້າສິບກວ່າພັນ ຕາຍກັນ...!ກັນຊິເອົາໃສມາເສຍ ຂ້ອຍບໍ່ໄດ້ໄປຫາໝໍຕາມທີ່ບອກນາງດອກ ເພາະວ່າໂລກຊັບຈາງໝໍເພິ່ນປົວບໍ່ໄດ້ດອກ ຂ້ອຍໄດ້ແຕ່ຢ່າງເກົາຫົວກັບເມືອບ້ານ ທັງໃຈກໍ່ຄິດຫວັງລວຍວ່າຈະບໍ່ໃຫ້ມັນເສຍໄປລ້າດອກ ເພາະຕົ້ນດອກຮັກທີ່ອົດສາປູກມາກຳລັງຊິບານດອກແລ້ວ.
ມີໃຜອ່ານຈົບແນ່ ຄອມເມັນແນ່ເດີ.
ເລື່ອງ: ວຽງຈັນສະແຄ (VIENTIANE SQUARE)
ບົດປະພັນໂດຍ: ອຸທິນ ບຸນຍາວົງ
ຈາກປຶ້ມ: ຈາກໄປແລ້ວສິບປີ


0 Comments