ສິນ ຫຼື ສີລ ຄືຫຍັງ?
ຄື ຂໍ້ປະຕິບັດຂັ້ນພື້ນຖານ ຂອງມວນມະນຸດ ໃນທາງພຣະພຸດທະສາສະນາເພື່ອຄວບຄຸມຄວາມປະພຶດທາງກາຍ ແລະ ວາຈາ ໃຫ້ຕັ້ງຢູ່ໃນຄວາມດີງາມມີຄວາມເປັນປົກກະຕິສຸກ ໂດຍມີ ຫຼັກສິນ 5 ເປັນພຶ້ນຖານ ເຊິ່ງເຮັດໃຫ້ເກີດຄວາມສະຫງົບສຸກ ແລະ ບໍ່ມີການບຽດບຽນເຊິ່ງກັນ ແລະ ກັນໃນສັງຄົມ.ສິນ ຫຼື ສີລ ມີປະໂຫຍດຫຍັງ?
ປະໂຫຍດຂອງສິນໃນຂັ້ນພື້ນຖານ ຄື ເຮັດໃຫ້ກາຍ ວາຈາ ໃຈ ສະຫງົບບໍ່ບຽດບຽນຕົນເອງ ແລະ ຜູ້ອື່ນ ເຮັດໃຫ້ສາມາດທີ່ຈະທໍາໃຫ້ຈິດສະຫງົບໄດ້ງ່າຍໃນການທໍາສະມາທິ ໃນລະດັບຂອງບັນພຣະຊິດ ສີນຈະມີຈໍານວນຫຼາຍເພື່ອກໍາກັບໃຫ້ພຣະພິກຂຸສົງຄ໌ ສາມະເນນ ສາມາດຄອງຕົນໃນສະມະນະພາວະໄດ້ຢ່າງສົມບູນ ແລະ ເອື້ອຕໍ່ການປະພຶດພຣົມມະຈັນໃນຂັ້ນສູງຕໍ່ໄປໄດ້.
ສິນ ຫຼື ສີລ ມີຄວາມໝາຍແນວໃດ?
ຄວາມໝາຍຂອງສີນນັ້ນແປໄດ້ຫຼາຍຄວາມໝາຍ ໂດຍສັບແປວ່າຄວາມປົກກະຕິກາຍວາຈາ ກ່າວຄື ຄວາມປົກກະຕິຕາມລະບຽບວິນັຍ,ປົກກະຕິມາລະຍາດທີ່ສະອາດປາສະຈາກໂທດ, ຂໍ້ປະຕິບັດໃນການເວັ້ນຈາກຄວາມຊົ່ວ, ຂໍ້ປະຕິບັດໃນການເຝິກຫັດກາຍວາຈາໃຫ້ດີຍິ່ງຂື້ນ,ຄວາມສຸຈະຣິດທາງກາຍວາຈາ ແລະ ອາຊີບ.
ສິນ ຫຼື ສີລ ມີຈັກປະເພດ?
ໂດຍປະເພດສິນຈັດເປັນ 5 ປະເພດ:
1. ສິນ 5 ຫຼືເບນຈະສິນ ເປັນສິນສໍາລັບຜູ້ຄອງເຮືອນທົ່ວໄປ ແລະເປັນສິນຂັ້ນພຶ້ນ
ຖານຂອງສິນທັງ ປ່ວງ ບໍ່ວ່າຈະເປັນສິນຂອງພໍ່ຂາວແມ່ຂາວ ສິນຂອງສາມະເນນ
ຫຼືສີນຂອງພຣະພິກຂຸ ລ້ວນຕ້ອງຕັ້ງຢູ່ບົນພຶ້ນຖານຂອງສິນ5
2. ສິນ8 ເປັນສິນທີ່ມີພຶ້ນຖານມາຈາກສິນ5 ເປັນສິນສໍາລັບຝຶກ
ຕົນຂອງຜູ້ມີສັດທາ ເຊັ່ນພໍ່ຂາວແມ່ຂາວ
3. ສິນ 10 ຫຼືທະສະສິນ ເປັນສິນສໍາລັບສາມະເນນ
ເພື່ອຕຽມເປັນພຣະພິກຂຸ ເມື່ອອາຍຸຄົບຊາວປີ ແລ້ວຈິງອຸປະສົມບົດ
ຕາມພຣະວິໄນກຳນົດ
4. ສິນ 227 ຫຼືພິກຂຸວິໄນ ເປັນສິນສຳລັບພິກຂຸຜູ້ຊາຍ
ເປັນພຣະວິໄນບັນຍັດໃນສ່ວນທີ່ເປັນກົດເກນ ຂໍ້ຫ້າມສຳລັບບຸລຸດ
ຜູ້ອຸປະສົມບົດເປັນພຣະພິກຂຸ ໃນພຸດທະສາສະໜາ
ທີ່ຕ້ອງຮັກສາຢ່າງເຄັ່ງຄັດ
5. ສິນ 311 ຫຼືພິກຂຸນີວິໄນ ເປັນສິນຂອງພຣະພິກຂຸຜູ້ຍິງ
ເປັນພຣະວິໄນບັນຍັດໃນສ່ວນທີ່ເປັນ ຂໍ້ຫ້າມສຳລັບສະຕຣີຜູ້
ອຸປະສົມບົດເປັນພຣະພິກຂຸນີ ໃນພຸດທະສາສະໜາ
ທີ່ຕ້ອງຮັກສາຢ່າງເຄັ່ງຄັດ.
ຂໍມູນຂາດຕົກບົກຜ່ອງຂໍປະທານອາຳພນຳທ່ານຜູ້ຮູ້ດ້ວຍ.






0 Comments